ການ​ລົງ​ທຶນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ຈີນ​ເພີ່ມ​ຂຶ້ນ​ໄວ​ກວ່າ​ໝູ່​ໃນ​ໂລກ
2017-12-18 16:29:31  cri 
    ຫວ່າງມໍ່ໆ​ມານີ້, ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ລົບ ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ຈັດ​ອັນ​ດັບ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ຂອງວິ​ສາ​ຫະ​ກິດ​ທົ່ວ​ໂລກ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ຂອ​ງວິ​ສາ​ຫະ​ກິດ​ຈີນ​ໃນ​ປີ 2016 ຜ່ານ​ມາ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຂງ ໂດຍ​ໄດ້​ເພີ່ມ​ຂຶ້ນ 18,8% ເມື່ອ​ທຽບ​ໃສ່​ປີ 2015, ສ່ວນ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ໄດ້​ເພີ່ມ​ຂຶ້ນ 7,2% ແລະ ສະ​ຫະ​ພາບ​ເອີ​ລົບ 7%; ແຕ່​ວິ​ສາ​ຫະ​ກິດ​ຂອງ​ຍີ່​ປຸ່ນ​ໄດ້ຫຼຸດ​ລົງ 3%.

    ການ​ຈັດ​ອັນ​ດັບ​ດັ່ງ​ກ່າວ ໄດ້​ເລືອກ​ເອົາ​ວິ​ສາ​ຫະ​ກິດ 2500 ແຫ່ງ​​ຈາກ 43 ປະ​ເທດ​ແລະ​ເຂດ​ແຄວ້ນທີ່​ມີ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າຫຼາຍ​ທີ່​ສຸດ​ຂອງ​ໂລກ​ໃນ​ປີ 2016 ຜ່ານ​ມາ ເຊິ່ງ​ລວມຍອດ​ກາ​ນ​ລົງ​ທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ຂອງວິ​ສາ​ຫະ​ກິດ​ເຫຼົ່າ​ນີ້ ໄດ້​ເພີ່ມ​ຂຶ້ນ 5,8% ເມື່ອ​ທຽບ​ໃສ່​ປີ 2015 ເຊິ່ງ​ໄດ້​ບັນ​ລຸ 741,6 ຕື້​ເອີ​ໂຣ ແລະ​ກວມ 90% ຂອງຍອດ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ຂອງວິ​ສາ​ຫະ​ກິດ​ທັງ​ໝົດ​ຂອງ​ໂລກ. ​ດັ່ງ​ນັ້ນ, ເມື່ອ​ສັງ​ເກດ​ຈາກ​ສະ​ພາບລວມ​ແລ້ວ​ເຫັນ​ວ່າ, ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ທີ່​ເພີ່ມ​ຂຶ້ນ​ຂອງວິ​ສາ​ຫະ​ກິດ​ໃນ​ໂລກ ຕົ້ນ​ຕໍໃຊ້​ໃນ​ຂົງ​ເຂດ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ແລະ​ໂທ​ລະ​ຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ