ສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງເລີ່ມ​ສ້າງຂຶ້ນ​ແລ້ວ​ຢູ່​ແຂວງ​ຢຸນ​ນານ
2017-12-18 16:32:04  cri 
    ວັນ​ທີ 17 ທັນ​ວານີ້ ຢູ່​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫວັນ​ຕິ່ງ​ເມືອງ​ຢຸ້ຍ​ລີ້​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້​ເຜົ່າ​ຈິງ​ໂພ່​ເຕີ​ຮົງ​ແຂວງ​ຢູນ​ນານ ໄດ້​ຈັດ​ພິ​ທີ​ວາງ​ສີ​ລາ​ລືກ​ເພື່ອກໍ່​ສ້າງ​ສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢູ​ນ​ນານ​ຈີນ ທີ່​ເປັນ​ສະ​ຖາ​ບັນ​ແຫ່ງ​ທຳ​ອິດ​ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ໂດຍ​ຕົ້ນ​ຕໍ​ຈະ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແບບ​ປະ​ຍຸກ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ທີ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ການ​ພດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ພາກ​ພື້ນນີ້.

    ສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ຈະ​ສ້າງ​ເປັນ​ສູນ​ກາງອາ​ຊີ​ວະ​ສຶກ​ສາ​ທີ່​ມີ 6 ອົງ​ການ​ຢູ່​ສະ​ຖານ​ທີ່​ດຽວ​ກັນ ຄື: ສູນ​ສຶກ​ສາ​ອົບ​ຮົມ​ຈີນ-ອາ​ຊຽນ, ສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ສະ​ຫະ​ພັນ​ອາ​ຊີ​ວະ​ສຶກ​ສາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຊີ​ວະ​ສຶກ​ສາ​ແລະ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ສູນ​ເຊື່ອມ​ໂຍງ​ການ​ຜະ​ລິດ​ແລະ​ການ​ສຶກ​ສາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ ສະ​ຖາ​ບັນ​ພະ​ນັກ​ງານ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ. ໃນ​ນີ້, ການ​ສ້າງສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ແລະ ສະ​ຫະພັນອາ​ຊີ​ວະ​ສຶກ​ສາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັບ​ຊີ​ຜົນ​ງານ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ​ສອງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ