ຄະນະ​ຜູ້​ແທນ​ວັດທະນະທຳ​ເຜົ່າຈ້າງ​ຈີນ​ຢ້ຽມຢາມ​ມຽນມາ
2017-12-19 11:29:46  cri 

ຄະນະ​ຜູ້​ແທນ​ວັດທະນະທຳ​ເຜົ່າ​ຈ້າງ(ຕິ​ເບ​ດ)ຈີນ ​ໄດ້​ເດີນທາງ​ຢ້ຽມຢາມ​ມຽນມາ​ໃນ​ວັນ​ທີ 18 ທັນວາ​ນີ້ ​ໂດຍ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ຄະນະ​ກຳມະການ​ພະ​ເຖລະ​ມຽນມາ ​ແລະ ມະຫາວິທະຍາ​ໄລພຸດທະສາ​ສະໜາ​ນິກາຍ​ຫິນະ​ຍານ​ມຽນມາ​ສາກົນ ສອງ​ຝ່າຍ​ໄດ້​ແລກປ່ຽນ​ກັນ​ກ່ຽວ​ກັບວັດທະນະທຳ​-​ຮີດຄອງ​ປະ​ເພນີສາສະໜາ ​ແລະການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

ທັງ​ນີ້, ຕອນ​ບ່າຍຂອງ​ວັນ​ດັ່ງກ່າວ, ຄະນະ​ຜູ້​ແທນ​ຈີນກໍ​ໄດ້​ພົບປະ​ກັບ​ສະມາຊິກ​ຄະນະ​ກຳມະການ​ພະ​ເຖລະ​ມຽນມາ ຢູ່​ນະຄອນ​ຢາງ​ກຸ້ງ ​​ໂດຍ​ສອງ​ຝ່າຍ​ໄດ້​ແລກປ່ຽນ​ກັນ​ກ່ຽວ​ກັບສະພາບ​ວັດວາອາ​ຮາມພຸດ​ທະ​ສາສະໜາ, ພຸດທະສາສະນິກກະ​ຊົນ, ຄວາມ​ປອດ​ໃສ​​ພາຍໃນ​ສາສະໜາ ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ ​ເປັນຕົ້ນ.

ທ່ານ​ຈ່າງ​ຢິນ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ ສູນ​ຄົ້ນຄວ້າ​ປະຫວັດສາດ​ແລະວັດທະນະທຳ​ເຜົ່າ​ຈ້າງ​ຈີນ ກ່າວ​ວ່າ:  ຈີນ​ແລະ​ມຽນມາ​ເປັນ​ມິດ​ກັນ​ມາ​ແຕ່​ດົນ​ນານ, ສອງ​ຝ່າຍ​ມີ​ການ​ແລກປ່ຽນ​ວັດທະນະທຳ​ເປັນ​ຢ່າງ​ດີ. ສະນັ້ນ, ຈຶ່ງ​ເຫັນ​ວ່າ ​ຄະນະ​ຜູ້​ແທນ​ແລກປ່ຽນ​ວັດທະນະທຳ​ເຜົ່າ​ຈ້າງ​ຈີນ​ເດີນທາງ​ຢ້ຽມຢາມ​ມຽນມາ​ເທື່ອ​ນີ້ ຈະ​ມີ​ຜົນ​ດີ​ຕໍ່​ການ​ເສີມ​ຂະຫຍາຍ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ຈາກ​ນັ້ນ, ຄະນະ​ຜູ້​ແທນ​ຈີນ ກໍ​ໄດ້​ໄປ​ຢ້ຽມຢາມມະຫາວິທະຍາ​ໄລພຸດທະສາ​ສະໜາ​ນິກາຍ​ຫິນະ​ຍານ​ມຽນມາ​ສາກົນ ​ໃນຕອນ​ເຊົ້າມື້​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ