ຈະ​ສົ່ງ​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຂດ​ຊີ່​ຈ້າງ 20 ລ້ານ​ເທື່ອ​ຄົນ​ໃນ 3 ປີ​ຕໍ່ໜ້າ
2017-12-19 14:35:09  cri 

ພິທີ​ເຊັນ​ສັນຍາ​ທ່ອງ​ທ່ຽວ​ລະຫວ່າງ​ເຂດ​ອ້ອມ​ທະ​ເລ​ໂປ​ໄຫ-​ເຂດ​ຊີຈ້າງ(ຕິ​ເບ​ດ) ກໍ​ຄື ງານ​ໂຄສະນາ​ການທ່ອງທ່ຽວ​ເຂດ​ຊີ່​ຈ້າງ​ໃນ​ລະດູ​ໜາວທີ່​ງາມ​ຕະການ​ຕາ 318 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 18 ທັນວາ​ນີ້ ​ໂດຍ​ທ່ານ​ເວີ້​ຍຫົງ​ທ່າວ ຮອງ​ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ ​ໄດ້​ປາ​ໄສ​ວ່າ: ​ແຕ່​ປີ 2018 ຫາ​ປີ 2020, ຈະ​ສົ່ງ​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຂດປົກຄອງ​ຕົນ​ເອງ​ຊີ່​ຈ້າງ ຫຼື ​ເຂດ​ຕິ​ເບ​ດ 20 ລ້ານ​ເທື່ອ​ຄົນ​ຈາກ​ແຂວງ, ກຳ​ແພງ​ນະຄອນ ທີ່​ສັນຍາວ່າ​ຈະ​ຊ່ວຍ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ເຂດ​ຊີ່​ຈ້າງ.

ທ່ານ​ເວີ້​ຍຫົງ​ທ່າວ ກ່າວ​ວ່າ: ກອງ​ປະຊຸມ​ວຽກ​ງານ​ຊ່ວຍ​ເຫຼືອຂະ​ແໜງ​ການທ່ອງທ່ຽວ​ເຂດ​ຊີ່​ຈ້າງ​ທົ່ວ​ປະ​ເທດ ​ໄດ້​ຈັດ​ຂຶ້ນຢູ່​ເຂດ​ຊີ່​ຈ້າງ​ໃນ​ເດືອນ​ກັນຍາ​ຜ່ານ​ມາ ​ໂດຍ​ໄດ້​ຊີ້​ທິດ​ທາງ​ໃຫ້​ແກ່​ວຽກ​ງານ​ຊ່ວຍ​ເຫຼືອຂະ​ແໜງ​ການທ່ອງທ່ຽວ​ຂອງ​ເຂດ​ຊີ່​ຈ້າງ​ໃນ​ຍຸກ​ໃໝ່ ​ແລະ​ໄດ້​ສ້າງ​ໂອກາດ​ໃໝ່​. ຂະນະ​ທີ່​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຈະ​ອີງ​ຕາມ​​ແຜນ​ກຳນົດ​ຂອງ​ກອງ​ປະ​ຊຸມດັ່ງກ່າວ ຈັດຕັ້ງປະຕິບັດ​ວຽກ​ງານ​ທຸກ​ປະການ ​ເພື່ອ​ຊ່ວຍ​ເຂດ​ຊີ່​ຈ້າງ​ພັດທະນາ​ຕະຫຼາດທ່ອງ​ທ່ຽວ ​ແລະສົ່ງ​ເສີມ​ການຈັດ​ສົ່ງ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ ​ເພື່ອ​ຊຸກຍູ້​ຂະ​ແໜງ​ການທ່ອງທ່ຽວ​ເຂດ​ຊີ່​ຈ້າງ​ໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ປອດ​ໃສ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ