ອາ​ເມ​ລິ​ກາຢັບ​ຢັ້ງຮ່າງ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ກ່ຽວ​ກັບ​ຖາ​ນະ​ເຢ​ລູ​ຊາ​ເລັມ
2017-12-19 15:47:00  cri 
​ວັນ​ທີ 18 ທັນ​ວາ​ນີ້, ອາ​ເມ​ລິ​ກາ​ໄດ້​ປ່ອນ​ບັດຢັບ​ຢັ້ງຮ່າງ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຖາ​ນະ​ຂອງ​ເຢ​ລູ​ຊາ​ເລັມ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ຮ່າງ​ມະ​ຕິ​ສະ​ບັບ​ໜຶ່ງ​ທີ່​ຮ່າງ​ຂຶ້ນ​ໂດຍ​ເອ​ຢິບ​​ເພື່ອ​ປະ​ຕິ​ເສດ​ຂໍ້​ຕົກ​ລົງ​ຂອງ​ອາ​ເມ​ລິ​ກາ​ທີ່​ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ເປັນ​ນະ​ຄອນ​ຫຼວງ​ຂອງ​ອິ​ສ​ຣາ​ແອນ​ໃນ​ວັນ​ທີ 18 ທັນ​ວາ​ນີ້, ຜົນ​ການ​ລົງ​ຄະ​ແນນ​ສຽງ​ແມ່ນ 14 ບັດ​ເຫັນ​ດີ 1 ບັດ​ຄັດ​ຄ້ານ. ຍ້ອນ​ວ່າ​ອາ​ເມ​ລິ​ກາ​ເຊິ່ງ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ປ່ອນ​ບັດ​ຄັດ​ຄ້ານ, ຮ່າງ​ມະ​ຕິ​ດັ່ງ​ກ່າວ​ບໍ່​ໄດ້​ຜ່ານການ​ຮັບ​ຮອງ.

ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປະ​ກາດ​ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ເປັນ​ນະ​ຄອນ​ຫຼວງ​ຂອງ​ອິ​ສ​ຣາ​ແອນ​ໃນ​ວັນ​ທີ 6 ທັນ​ວາ​ນີ້, ແລະ​ຈະ​ເລີ່ມ​ປະ​ຕິ​ບັດ​ຂະ​ບວນ​ການ​ທີ່​ຍ້າຍ​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ອິ​ສ​ຣາ​ແອນ​ຈາກ​ທ​ຣາ​ວິ​ຟ​ໄປຕັ້ງ​ຢູ່​ເຢ​ລູ​ຊາ​ເລັມ. ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ຖືກປະ​ຕິ​ເສດ​ຈາກ​ປະ​ຊາ​ຄົມ​ໂລກ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ