ທ່ານ​ມາຢີ​ມິງ​ພົບ​ປະ​ກັບ​ຄະ​ນະ​ເຈົ້າ​ໜ້າ​ທີ່​ທະ​ຫານລະ​ດັບ​ສູງ​ກຳ​ປູ​ເຈຍ​
2017-12-19 16:42:11  cri 
ວັນ​ທີ 18 ທັນ​ວາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ມາ​ຢີ​ມິງ ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ຂອງກອງ​ເສ​ນາ​ທິ​ການ​ປະ​ສົມ​ຄະ​ນະ​ກຳ​ມະ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ກັບຄະ​ນະ​​ເຈົ້າ​ໜ້າ​ທີ່​ທະ​ຫານ​​ລະ​ດັບ​ສູງຂອງ​ກຳ​ປູ​ເຈຍ​ທີ່​ກຳ​ລັງ​ຢ້ຽມ​ຢາມ ສ​ປ ຈີນນຳ​ໂດຍ​ທ່ານມັກ ຊາ​​ຣຸນ ຮອງ​ຜູ້​ບັນ​ຊາ​ການ​ໃຫຍ່​ກອງ​ທັບ​ກຳ​ປູ​ເຈຍ.

ທ່ານ​ມາ​ຢີ​ມິງ ກ່າວ​ວ່າ, ກຳ​ປູ​ເຈຍ​ແມ່ນ​ເພື່ອນ​​ທີ່ຈິງ​ໃຈ​ແລະ​ໄວ້​ວາງ​ໃຈ​ຂອງ​ຈີ​ນ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຜູ້​ນຳ​ສອງ​ປະ​ເທດ, ສາຍ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສ​ອງກອງ​ທັບ​ໄດ້​ລົງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ກອງ​ທັບ​ຈີນ​ຍິ​ນ​ດີ​ຮ່ວມ​ມື​ກັບ​ກອງ​ທັບ​ກຳ​ປູ​ເຈຍ, ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນທີ່​ສຳ​ຄັນ​ຂອງ​ຜູ້​ນຳ​ສອງ​ປະ​ເທດ​ໃຫ້​ດີ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ, ເປີດກວ້າ​ງ​ຂົງ​ເຂດ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ລະ​ດັບ​ການ​ຮ່ວມ​ມືໃຫ້​ສູງ​ຂຶ້ນ, ຊຸກ​ຍູ້​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຮັກ​ສາ​ສັນ​ຕິ​ພາບ​ແລະ​ສ​ະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ​ມັກ ຊາ​​ຣຸນ ກ່າວ​ວ່າ, ປະ​ເທດ​ຕົນ​ຖະ​ທຸ​ຖະ​ໜອມ​ມິດ​ຕະ​ພາບ​ລະ​ຫວ່າງກອງ​ທັບ​ສອງ​ປະ​ເທດຢ່າງ​ໜັກ​ແໜ້ນ. ລັດ​ຖະ​ບານ​ແລະກອງ​ທັບ​ກຳ​ປູ​ເຈຍ​ຍຶດ​ໝັ້ນ​ມິດ​ຕະ​ພາບ​ຕໍ່​ຈີນ​ຕະ​ຫຼອດ​ມາ, ​ແລະຍິນ​ດີ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ກອງ​ທັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ, ​ພ້ອມ​ທັງຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ທັງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ