ທ່ານ​ກຸ​ເຕີ​ເຣສກ່າວ​ປະນາມ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຂອງ​ປາກິ​ສະຖານ
2017-12-19 15:28:04  cri 
ວັນ​ທີ 18 ທັນວາ​ນີ້, ​ໂຄສົກ​ຂອງ​ທ່ານ​ແອນ​ໂຕ​ນີ​ໂອ ກຸ​ເຕີ​ເຣສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຕາງໜ້າອອກຖະແຫຼງການວ່າ: ຂໍກ່າວ​ປະນາມ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢູ່​ແຂວງ​ບະ​ໂລ​ຈິ​ສຕັນ​ປະ​ເທດ​ປາ​ກິ​ສະ​ຖານ​ໃນ​ວັນ​ທີ 17 ທັນວາ​ນີ້.

ທ່ານ​ກຸ​ເຕີ​ເຣສກ່າວ​ປະ​ນາມ​ການ​ໂຈມ​ຕີ​​ແບບ​ກໍ່​ການ​ຮ້າຍ​ຕໍ່​​ໂບດ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ຄູຍ​ຕາ​ແຂວງ​ບະ​ໂລ​ຈິ​ສຕັນ ​ແລະສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ, ຂໍ​​ໃຫ້​ຜູ້​ໄດ້​ຮັບ​ບາດ​ເຈັບຟື້ນ​ຟູສຸຂະພາບ​​ໂດ​ຍ​ໄວ, ພ້ອມ​ທັງ​ຮຽກ​ຮ້ອງ​​ໃຫ້​ເຈົ້າ​ໜ້າ​ທີ່ຈັບ​ຕົວ​ຜູ້​ກໍ່​ເຫດ​​ໂຈ​ມຕີຄັ້ງ​ນີ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ວັນ​ທີ 17 ທັນ​ວາ​ນີ້, ​ໂບດ​ແຫ່ງ​ໜຶ່ງຂອງເມືອງ​ຄູຍ​ຕາ​ແຂວງບະ​ໂລ​ຈິ​ສຕັນ​ທາງພາກຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທ​ດປາ​ກິ​ສະຖານ​ໄດ້​ຖືກ​​ໂຈ​ມຕີ ​ໂດຍ​ເກີດ​ການລະ​ເບີດ ​ແລະ​ການ​ຍິງ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ​ເຊິ່ງ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ ​ແລະ​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ