ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະ​ຮອງ​ປະ​ທານ​ສະ​ພາ​ເອີ​ລົບ
2017-12-19 10:13:10  cri 
ວັນ​ທີ 18 ທັນ​ວາ​ນີ້, ທ່ານ​ຈ່າງ​ເຕີ​ຈ່ຽງ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະ​ທ່ານ​ດີ​ມິ​ຕ​ຣິ​ອົ​ສ ປາ​ປາ​ດິ​ເມົາ​ລິ​ສ ຮອງ​ປະ​ທານ​ສະ​ພາ​ເອີ​ລົບ ທີ່​ຫໍ​ສະ​ພາ​ປ​ະ​ຊາ​ຊົນ​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ຈ່າງ​ເຕີ​ຈ່ຽງ​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ພົວ​ພັນ​ຈີນ-ເອີ​ລົບ ແລະ ສະ​ໜັບ​ສະ​ໜູ​ນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເອີ​ລົບ. ປີ​ໜ້າ​ແມ່ນ​ປີ​ຄົບ​ຮອບ 15 ປີ​ຂອງ​ການ​​ສ້າງ​ການ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ຮອບ​ດ້ານ​​ລະ​ຫວ່າງ​ຈີນ-ເອີ​ລົບ ແລະ ​ຄົບ​ຮອບ 20 ປີ​ຂອງ​ການສ້າງ​ກົນ​ໄກ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ-ເອີ​ລົບ, ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ດ້ານ​ການ​ພັດ​ທະ​ນາ, ລົງ​ເລິກ​ການ​ແລກ​ປ່ຽນ​ຮ່ວມ​ມື​ກັນ ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນແບບ​ເພື່ອນ​ມິດ​ຈີນ-ເອີ​ລົບ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັບ​ສະ​ພາ​ເອີ​ລົບ ໂດຍ​ອີງ​ໃສ່​ກົນ​ໄກ​ແລກ​ປ່ຽນ​ປະ​ຈຳ​ລະ​ຫວ່າງ​ສະ​ພາ​ຈີນ ແລະ ເອີ​ລົບ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ປັບ​ປຸງ​ລະ​ບົບ​ກົດ​ໝາຍ​ດ້ານ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ສົມ​ບູນ​ຂຶ້ນ ແລະ ປັບ​ປຸງ​ພື້ນ​ຖານ​ປະ​ຊາ​ມະ​ຕິ​ປະ​ຊາ​ຊົນ​ທີ່​ມີ​ມິດ​ຕະ​ພາບ​ຕໍ່​ກັນ ເພື່ອ​ເປັນ​ການປະ​ກອບ​ສ່ວນ​ໃໝ່ຕໍ່​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຈີນ-ເອີ​ລົບ.

ທ່ານ​ດີ​ມິ​ຕ​ຣິ​ອົ​ສ ປາ​ປາ​ດິ​ເມົາ​ລິ​ສ​ກ່າວ​ວ່າ, ສະ​ພາ​ເອີ​ລົບ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ສົນ​ທະ​ນາ​ກັບ​ສະ​ພາ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ, ຫຼຸດ​ຜ່ອນ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ