ເວ​ລາ​ຜ່ານ​ດ່ານ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນຫຼຸດລົງ 1/3
2017-12-19 16:17:09  cri 
    ກົມ​ໃຫຍ່​ດ່ານ​ພາ​ສີ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ບົນ​ພື້ນ​ຖານ​ທີ່​ໄດ້​ບັນ​ລຸ​ເປົ້າ​ໝາຍຫຼຸດ​ເວ​ລາ​ຜ່ານ​ດ່ານ​ປະ​ຈຳ​ເດືອນ​ໃຫ້​ໜ້ອຍ​ລົງ 1/3, ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພະ​ຈິກ​ປີນີ້, ເວ​ລາ​ຜ່ານ​ດ່ານ​ຂອງ​ສິ​ນ​ຄ້າ​​ນຳ​ເຂົ້າ​ໃນ​ທົ່ວ​ປະ​ເທດ​ແມ່ນ 16,7 ຊົ່ວ​ໂມງ ​ໄດ້​ສັ້ນ​ກວ່າ​ປີ​ຜ່ານ​ມາ 33,6%;  ສິນ​ຄ້າສົ່ງ​ອອກ​ແມ່ນ 1,13 ຊົ່ວ​ໂມງ ​ໄດ້​ສັ້ນ​ກວ່າ 37%, ໝາຍ​ຄວາມ​ວ່າ, ເວ​ລາ​ຜ່ານ​ດ່ານ​ທັງ​ຂາ​ເຂົ້າ​ແລະ​ຂາ​ອອກ​ຂອງ​ປີນີ້ ລ້ວນ​ແຕ່​ໄດ້ຫຼຸດ​ລົງຫຼາຍກວ່າ 1/3 ເປັນ​ຄັ້ງ​ທຳ​ອິດ ສາ​ມາດບັນ​ລຸ​ເປົ້າ​ໝາຍ​ປະ​ຈຳ​ປີ​ກ່ອນ​ເວ​ລາ​ກຳ​ນົດ.

    ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ປະ​ຕິ​ຮູບ​ໃຫ້​ການ​ຜ່ານ​ດ່ານ​ທົ່ວ​ປະ​ເທດ​ເປັນ​ເອ​ກະ​ພາບ​ກັນ, ການ​ຈຳ​ກັດ​ເຂດ​ແຄວ້ນ​ໃນ​ການ​ຮ້ອງ​ຂໍ​ຜ່ານ​ດ່ານ ໄດ້​ຖືກ​​ຍົກ​ເລີກ, ວິ​ສາ​ຫະ​ກິດ​ຈຶ່ງ​ສາ​ມາດເລືອກ​ສະ​ຖານ​ທີ່​ຮ້ອງ​ຂໍ​ແລະ​ດ່ານ​ຂາ​ເຂົ້າ​ຂາ​ອອກ​ໄດ້​ດ້ວຍ​ຕົ​ນ​ເອງ, ບວກ​ກັບ​ການ​ນຳ​ໃຊ້​ຮູບ​ການ​ໃໝ່​ໃນ​ການ​ເສຍ​ພາ​ສີ ເຊັ່ນ: ແຈ້ງ​ແລະ​ເສຍ​ພາ​ສີ​ດ້ວຍຕົນ​ເອງ ແລະ​ອື່ນໆ, ຈຶ່ງເຮັດ​ໃຫ້​ຕົ້ນ​ທຶນ​ໃນ​ການ​ເຜີຍ​ແຜ່​ໂຄ​ສະ​ນາ​ຂອງວິ​ສາ​ຫະ​ກິດຫຼຸດ​ໜ້ອຍ​ລົງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ