ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ພັດ​ທະ​ນາ​ແລວ​ເສດ​ຖະ​ກິດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2017-12-19 16:19:57  cri 
   ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ທັນ​ວານີ້​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ພະ​ຍາ​ຍາມ​ຮ່ວມ​ກັບ​ບັນ​ດາ​ຝ່າຍ ເພື່ອ​ສ້າງ​ແລວ​ເສດ​ຖ​ະ​ກິດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຮ່ວມ​ມື​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ກ່າວ​ວ່າ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄັ້ງ​ນີ້ ໄດ້​ສະຫຼຸບ​ຜົນ​ງານ​ແລະ​ບົດ​ຮຽນ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ​ໄດ້​ວາງ​ແຜນ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ, ຂະ​ນະ​ດຽວ​ກັນ, ກໍ​ໄດ້​ອອກ "ປະ​ກາດ​ແຈ້ງ​ຂ່າວ​ຮ່ວມ" ແລະ​ເປີດ​ເຜີຍ "ບັນ​ຊີ​ໂຄງ​ການ​ທີ່​ສະ​ໜັບ​ສະ​ໜູນ​ໂດຍກອງ​ທຶນ​ການ​ຮ່ວມ​ມືແມ່​ນ້ຳລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ສະ​ເພາະ​ກິດ 2017" ແລະ ຈະ​ສ້າງ "ສູນ​ຂໍ້​ມູນ​ຂ່າວ​ສານ​ສາຍ​ດ່ວນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ". ນອກນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ 6 ປະ​ເທດ ຍັງ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ດ້ານຫຼັກ​ການ​ກ່ຽວ​ກັບ​ຜົນ​ງານ​ທີ່​ຈະສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ​ສອງ ເຊັ່ນ: "ແຜນ​ການ​ດຳ​ເນີນ​ງານ 5 ປີ​ແຫ່ງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ", "ບັນ​ຊີ​ໂຄງ​ການ​ຮ່ວມ​ມື​ງວດ​ທີ​ສອງ", ບົດ​ລາຍ​ງານ​ຂອງ​ໜ່ວຍ​ງານ​ປະ​ສົມ​ຂົງ​ເຂດ​ບູ​ລິ​ມະ​ສິດ ແລະ​ອື່ນໆ ເຊິ່ງ​ເປັນ​ການ​ກະ​ກຽມ​ຢ່າງ​ເຕັມ​ປ່ຽມ​ເພື່ອກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ​ສອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ