ປະ​ທາ​ນາ​ທິ​ບໍ​ດີ​ຈີ​ເລ​ຄົນ​ໃໝ່​ຫວັງ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ
2017-12-19 16:24:12  cri 
    ທ່ານ ເຊ​ບາ​ສ​ະ​ຕິ​ອັນ ພີ​ເນ​ຣາ ທີ່​ໄດ້​ຮັບ​ເລືອກ​ຕັ້ງເປັນປະ​ທາ​ນາ​ທິ​ບໍ​ດີ​​ຄົນ​ໃໝ່​ຂອງ​ຈີ​ເລ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຢູ່​ເຮືອນ​ຂອງ​ຕົນ​ໃນ​ວັນ​ທີ 18 ທັນ​ວານີ້ ແລະ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຂ່າວ​ສານ​ຊິນ​ຮ​ວາ​ວ່າ: "ກ່ອນ​ອື່ນ, ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຝ່າຍ​ຈີນ​ທີ່​ຊົມ​ເຊີຍ​ການ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຂ້າ​ພະ​ເຈົ້າ. ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີ​ເລ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ຈີນ, ບໍ່​ພຽງ​ແຕ່ຈະ​ເປີດກວ້າງ​ແລະ​ລົງ​ເລິກ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ​ເທົ່າ​ນັ້ນ, ຍັງ​​ຈະເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ລົງ​ທຶນ, ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີຫຼາຍ​ຕໍ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ ແລະ ມີ​ຄວາມ​ຫວັງຫຼາຍເຊັ່ນ​ດຽວ​ກັນ."

    ໃນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທີ​ສອງ​ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຈີ​ເລ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ທັນ​ວານີ້, ທ່ານ ພິ​ເນ​ຣາ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ກ້າວ​ໜ້າ​ຈີ​ເລ ເຊິ່ງ​ເປັນ​ສະ​ຫະ​ພັນ​ພັກ​ຝ່າຍ​ຄ້ານ​ເປັນ​ກາງ​ແລະ​ຝ່າຍ​ຂວາ, ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໜ້າ ແລະ​ ທ່ານ​ຈະ​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 11 ມີ​ນາ​ປີ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ