ສຳ​ຜັດ​ກັບບັນ​ຍາ​ກາດ​ສູນ​ຝຶກ​ຊ້ອມ​ໝາ​ຕຳ​ຫຼວດຢູ່​ສື​ຢ້ຽນ​ຂອງ​ແຂວງ​ຫູ​ເປ
2017-12-20 17:10:45  cri 


ວັນ​ທີ 19 ທັນ​ວາ​ນີ້, ຢູ່​ສູນ​ຝຶກໝາ​ຕຳ​ຫຼວດຂອງ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເມືອງ​ສື​ຢ້ຽນ​ແຂວງ​ຫູ​ເປ ບັນ​ດາ​ໝາ​ພັນ​ຕ່າງໆພວມ​ສະ​ແດງ​ທັດ​ສະ​ຄວາມ​ສາ​ມາດ​ການ​ສືບ​ດົມ​ຂອງ​ມັນ​ໃຕ້ການ​ຊີ້​ນຳ​ຂອງນັກ​ຝຶກ​ສັດ. ຢູ່​ສູນ​ດັ່ງ​ກ່າວ​ໄດ້​ມີໝາ 5 ​ສາຍ​ພັນ​ເຊັ່ນ: ໝາ Shepherd, English Springer Spaniel ແລະ Belgian Malinois ​ເປັນ​ຕົ້ນທັງ​ໝົດ 13 ໂຕ, ໂດຍຕົ້ນ​ຕໍ​ຝຶກ​ແອບ​ໄວ້​ປະ​ຕິ​ບັດ​ໜ້າ​ທີ່ການ​ຕິດ​ຕາມ​ໄລ່​ລ່າ​ນຳຈັບ​ຢູ່​ເຂດ​ພູ​ດອຍ ແລະ​ຢູ່​ໃນ​ເມືອງ,ການ​ສືບ​ດົມ​ວັດ​ຖຸ​ຕ້ອ​ງ​ສົງ​ໄສ, ການ​ຊອກ​ຈັບຄົນ​ຮ້າຍ,ການ​ຊອກ​ຄົ້ນ​ລະ​ເບີດ, ການກວດ​ກາ​ຄວາມ​ປອດ​ໄພ, ການ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ, ການ​ລາດ​ຕະ​ເວນ​ ແລະ​ການ​ຊອກ​ຄົ້ນ​ຫາ​ຮອຍ​ເລືອດ​ແລະພາ​ລະ​ກິດ​ອື່ນໆ. ຂ່າວ​ແຈ້ງວ່າ: ກ່ອນ​ຈະ​ໄດ້​ໝາ​ໂຕ​ໜຶ່ງ​ທີ່​ສາ​ມາດ​ອອກ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ຕ້ອງ​ຜ່ານ​ການ​ຝຶກ​ຊ້ອມປະ​ມານ 1 ປີ, ໃນ​ໄລ​ຍະ​ຝຶກ​ຊ້ອມແຕ່​ລະ​ມື້​ພວກ​ມັນ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ຊ້ອມຕາມ​ຫຼັກ​ວິ​ຊາ​ການ ໂດຍ​ເນັ້ນຝຶກ​ຊ້ອມ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕາມຄຳ​ສັ່ງແລະ​ການ​ຝຶກ​ຊ້ອມ​ລາຍ​ການ​​ອື່ນໆເຊັ່ນ​ການ​ຊອກ​ຄົ້ນ​ຫາ​ຢາ​ເສບ​ຕິດ,ລະ​ເບີດ​ແລະ​ອື່ນໆ.
1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ