ຈີນ​ແລະ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ​ກ່ຽວ​ກັບ​ໂຄງ​ການ​ເງິນ​ກູ້​ 1 ຕື້ 980 ລ້ານ​ໂດ​ລາ
2017-12-20 15:31:13  cri 
ກະ​ຊວງ​ການ​ເງິນ​ຈີນ​ເປີດ​ເຜີຍ​ວ່າ, ປີ 2017 ຈີນ​ແລະ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ໄດ້​​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫ​ວັດ​ສາດກ່ຽວ​ກັບ​ໂຄງ​ການ​ເງິນ​ກູ້​ທີ່​ມີ​ມູນ​ຄ່າ 1 ຕື້ 980 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ປີ 2017 ມາ​ນີ້, ຈີນ​ແລະ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ໄດ້​ຕົກ​ລົງ​ທິດ​ທາງ​ການ​ຮ່ວມ​ມື​ເພື່ອສະ​ໜັບ​ສະ​ໜູນ​ຈີນ​ປະ​ຕິ​ບັດ​ສາມຍຸ​ດ​ທະ​ສາດ​ສຳ​ຄັນ​ຄື: ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຂົງ​ເຂດ​ສຳ​ຄັນ​ຢ່າງ​ຮອບ​ດ້ານ, ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ, ການ​ພັດ​ທະ​ນາ​ປັກ​ກິ່ງ, ທຽນ​ສິນແລະ​ເຫີ​ເປີຍ​ຮ່ວມ​ກັນ, ແລະ​​ພັດ​ທະ​ນາ​ແລວ​ທາງ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​​ຊີ​ກຽງ, ​ມູນ​ຄ່າ​ກູ້​ເງິນ​ໃຫ້​ປະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ​ແລະ​ມີ​ຜົນ​ງານ​ຮ່ວມ​ມື​ພົ້ນ​ເດັ່ນ.

ເລີ່ມ​ແຕ່​ປີ 1986 ມາ​ນີ້, ຈີນ​ແລະ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ໄດ້​ຂະ​ຫຍາຍ​ສາຍ​ພົ​ວ​ພັນ​​ຄູ່ຮ່ວມ​ມື​ຮອບ​ດ້ານ​ແລະ​ຫຼາຍ​ລະ​ດັບ, ​ມີຜົນ​ງານ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​​ພົ້ນ​ເດັ່ນ. ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ໄດ້​ປະ​ຕິ​ບັດ​ໂຄງ​ການ​ເງິນ​ກູ້ 200 ກວ່າ​ໂຄງ​ການ​ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 33 ຕື້​ໂດ​ລາ​ແລະ​ໂຄງ​ການ​ຊ່ວຍ​ເຫຼືອ 800 ກວ່າ​ໂຄງ​ການ​ທີ່​ມີ​ມູນ​ຄ່າ​ປະ​ມານ 500 ລ້ານ​ໂດ​ລາ​ໃຫ້​ແກ່​ປະ​ເທດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ