ອາ​ຫານ 8 ປະ​ເພດ​ຂອງ​ຈີນ​ແລະ​ອາ​ຫານແຊ​ບໆ​ທີ່​ມີ​ລັກ​ສະ​ນະ​ເສັ້ນ​ທາງ​ສາຍ​ໄໝ​ໂຮມ​ກັນ​ຢູ່​ນະ​ຄອນ​ຫຼັ​ນ​ໂຈ່ວ
2017-12-20 17:44:07  cri 

ບຸນ​ວັດ​ທະ​ນະ​ທຳ​ອາ​ຫານ​ແຊບ​ກ່ານ​ຊູ້​ຄັ້ງ​ທີ 2 ​ແລະງານ​ວາງ​ສະ​ແດງ​ອາ​ຫານ​​ສາ​ກົນ​ເສັ້ນ​ທາງ​ສາຍ​ໄໝ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນລານ​ໂຈ່ວ​ແຂວງ​ກ່ານ​ຊູ້ ສ​ປ ຈີນ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 20 ທັນ​ວາ​ນີ້. ນອກ​ຈາກ​ຜູ້​ສືບ​ທອດ​ອາ​ຫານ 8 ​ປະ​ເພດ​ຂອງ​ຈີນ​ໄດ້ນຳ​ເອົາ​ອາ​ຫານ​ພິ​ເສດ​ຂອງ​ຕົນ​ມາ​ເຂົ້າ​ຮ່ວມ​ແລ້ວ, ຍັງ​ມີ​ອາ​ຫານ​ຂອງ​ກອງ​ທັບ​ແດງ​ກຸ້ຍ​ໂຈ່ວ, ໝໍ້​ຊີ້ນ​​ຈຸ່ມ​​ແຂວງ​ເສ​ສວນ, ແລະ​ອາ​ຫານພື້ນ​ເມືອງ​ເອ​ກະ​ລັກ​ພິ​ເສດ​ລຽບ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ ເຂົ້າ​ຮ່ວມ, ​ເບິ່ງ​ແລ້ວ​ເປັນ​ຕາ​ແຊບ​ອີ່​ຫຼີ, ເຮັດ​ໃຫ້​ຜູ້​ຊົມ​ຢາກ​ກິນ​ທີ່ສຸດ.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ