ຕາມຂ່າວCRI: ວັນທີ 19 ທັນວານີ້, ທ່ານວາງຢີ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂອ້ລົມທາງໂທລະສັບກັບທ່ານເຊີເກ ຣາຣອບ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການດຳເນີນງານຮ່ວມກັນ ແລະໝາກຜົນທີ່ດີຂອງສາຍພົວພັນຈີນ-ຣັດເຊຍ, ເອົາໃຈໃສ່ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີ ແລະພາບການສາກົນທີ່ສົມໃຈຮ່ວມກັນ ນອກນີ້, ສອງຝ່າຍຍິນດີຮັກສາການແລກປ່ຽນທາງຍຸດທະສາດໃນບັນຫາທີ່ສຳຄັນຕ່າງໆ.