ສະມາ​ຊິກທະນາຄານ​AIIBບັນລຸ​ເຖິງ 84 ປະ​ເທດ
2017-12-20 14:45:40  cri 
ວັນ​ທີ 19 ທັນວາ​ນີ້, ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ ຫຼື AIIB​ປະກາດຢູ່​ນະຄອນຫຼວງ​ປັກ​ກິ່ງ​ຈີນ​ວ່າ: ​ໄດ້ຮັບຮອງ​ 4 ປະ​ເທດ​ເຂົ້າ​ເປັນ​ສະມາຊິກ​ໃໝ່ຕື່ມ​ອີກ ​ເຊັ່ນ: ສອງ​ປະ​ເທດ​ໃນ​ອາຊີ ​ຄື: ໝູ່​ເກາະ​ຄຸ​ກ ​ແລະວາ​ນູອາ​ຕູ; ສອງ​ປະ​ເທດ​ນອກ​ອາຊີ ຄື: ​ເບ​ລາຣຸດຊີ ​ແລະ​ເອກ​ວາດໍ, ປັດຈຸບັນ​ນີ້ ມີ​ສະມາຊິກ​ທັງ​ໝົດ 84 ປະ​ເທດ.

ພາຍຫຼັງຮັບຮອງ​​ແລ້ວ, 4 ປະ​ເທດດັ່ງກ່າວ​​ຍັງຕ້ອງ​ສຳ​ເລັດ​ການ​ດຳ​ເນີນ​ຂັ້ນ​ຕອນ​ຕາມ​​ກົດໝາຍຂອງປະ​ເທດ​ຕົນ ​ແລະຕ້ອງ​ສົ​ມ​ທົບທຶນງວດ​ທຳ​ອິ​ດ​ໃຫ້​ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງອາຊີ ຈຶ່ງ​ສາມາດ​ກາຍ​ເປັນ​ສະມາ​ຊິກ​ຢ່າງ​ເປັນ​ທາງ​ການ​ໄດ້. ຫຸ້ນ​ສ່ວນ​ຂອງ 4 ປະ​ເທດ​ນີ້​ຈະ​ຮັບ​ຈາກ​ຫຸ້ນສ່ວນ​ທີ່AIIB​ກຽມ​ໄວ້​ລ່ວງ​ໜ້າບໍ່ທັນ​​ແບ່ງປັນ​.

​ເຈົ້າ​ໜ້າ​ທີ່​ຂອງທະນາຄານ​AIIBຢືນຢັນວ່າ: ​ໃນ​ອະນາຄົດ, ທະນາຄານ​ຕົນ​ຍັງຍິນ​​ດີ​ຕ້ອນຮັບປະ​ເທ​ດອື່ນໆທີ່​ມີ​ຄວາມ​ຕ້ອງການ​ເຂົ້າ​​ເປັນ​ສະມາຊິກ​ໃໝ່ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ