ທ່ານ​ຊີ​ນ​ໂຈ ອາ​ເບ​ະ ນາຍົກລັດຖະມົນຕີຍີ່ປຸ່ນ​ຍິນ​ດີ​ຍົກ​ສູງ​ສາຍ​ພົວພັນ​ຍີ່ປຸ່ນ-ຈີນ
2017-12-20 15:03:04  cri 
ວັນ​ທີ 19 ທັນວາ​ນີ້, ທ່ານ​ຊີ​ນ​ໂຈ ອາ​ເບ​ະ ນາຍົກລັດຖະມົນຕີຍີ່ປຸ່ນ​ກ່າວ​ປາ​ໄສ​ຢູ່​ນະຄອນຫຼວງ​ໂຕ​ກຽວ​ວ່າ: ​ໃນ​ໂອກາດ​ສ້າງສົນທິສັນ​ຍາສັນຕິພາບ​ມິດຕະພາບ​ຍີ່ປຸ່ນ-ຈີນ​ຄົບຮອບ 40 ປີ​ໃນ​ປີ 2018 ທີ່​ຈະ​ມາ​ເຖິງ​ນີ້, ປະ​ເທ​ດຕົນ​ຈະ​ລົງ​ເລິກ​ການ​ແລກປ່ຽນລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ຍົກ​ສາຍ​ພົວພັນ​ຍີ່ປຸ່ນ-ຈີນ​ຂຶ້ນ​ລະດັບ​ສູງ​ໃໝ່.

ທ່ານ​ໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວ​ໃນ​ກໍລະນີ​ຕ່າງໆ. ​ມໍ່​ໆ​ນີ້, ​ເມື່ອ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອາ​ເບະ​ຢູ່​ເມືອງດາ​ນັງປະ​ເທດ​ຫວຽດນາມ ​ແລະ​ກ່າວ​ວ່າ ສອງ​ຝ່າຍ​ຄວນ​ປັບປຸງ ​ແລະ​ພັດທະນາສາຍ​ພົວພັນ​ຈີນ-ຍີ່ປຸ່ນ​​​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ​ເພື່ອ​ຜົນ​ປະ​ໂຫຍ​ດພື້ນຖານຂອງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ອາ​ເບະ​ກ່າວ​ຕື່ມວ່າ​: ປະ​ເທດ​ຕົນ​ຫວັງ​ວ່າ​ຈະສາມາ​ດ​ເພີ່ມ​ການ​ແລກປ່ຽນ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງຈີນ, ຂະຫຍາຍການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ ​ເພື່ອ​ເຮັດໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຕັ້ງໜ້າ​ປຶກສາ​ຫາລື​ການ​ຮ່ວມ​ມື​​ໃນ​ດ້ານ​ການ​ເຊື່ອມ​ໂຍງ​ເຊື່​ອມຈອດ​ກັນ ​ແລະການ​ຮ່ວມ​ມື​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ