ທ່ານ​ຈ່າງ​ເຕີ​ຈ່ຽງ​ພົບ​ປະ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
2017-12-20 10:24:19  cri 
ທ່ານ​ຈ່າງ​ເຕີ​ຈ່ຽງ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານ​ໂດ​ບາ​ຕີ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 19 ທັນ​ວາ​ນີ້.

ທ່ານ​ຈ່າງ​ເຕີ​ຈ່ຽງ​ກ່າວ​ວ່າ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃ​ຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເລືອກ​ເອົາ​ຫວຽດ​ນາມ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມ​ຢາມ​ ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ ແລະ ໄດ້​ຮ່ວມ​ກັບ​ຜູ້​ນຳ​ຫວຽດ​ນາມ​ອອກ​ແບບ ແລະ ຈັດ​ວາງ​ຍຸດ​ທະ​ສາດ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ຫວຽດ​ນາມ​ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່. ສະ​ພາ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຄວນ​ຖື​ເອົາ​ການ​ຜັນ​ຂະ​ຫຍາຍ​ຄວາມ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​ເປັນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຮ່ວມ​ມື​ໃນ​ຂັ້ນ​ຕ່າງໆ, ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ຖອດ​ຖອນ​ບົດ​ຮຽນ​​ໃນ​ດ້ານ​​ການປົກ​ຄອງ​ປະ​ເທດ ແລະ ນິ​ຕິ​ບັນ​ຍັດ, ປັບ​ປຸງ​ນະ​ໂຍ​ບາຍ​ ແລະ ສະ​ພາບ​ແວດ​ລ້ອມ​ດ້ານ​ກົດ​ໝາຍ​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ ແລະ ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ບຸກ​ຄະ​ລາ​ກອນ​, ປັບ​ປຸງ​ພື້ນ​ຖານ​ປະ​ຊາ​ມະ​ຕິ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຂອງ​ສອງ​ພັກ ແລະ ສອງ​ລັດ ຈີນ-ຫວຽດ​ນາມ.

ທ່ານ​ໂດ​ບາ​ຕີ​ກ່າວ​ວ່າ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ກັບ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ທ້ອງ​ຖິ່ນ ເພື່ອ​ຊ່ວຍ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ຫວຽດ​ນາມ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ