ທະ​ນາ​ຄານ​ໂລກ​ໄດ້​ປັບ​ຄາດ​ໝາຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​​ປີ​ນີ້​ຂຶ້ນ​ເປັນ 6,8%
2017-12-20 10:47:17  cri 
ທະ​ນາ​ຄານ​ໂລກ​ໄດ້​ເປີດ​ເ​ຜີຍ​ "ບົດ​ສັງ​ເຂບ​ເສດ​ຖະ​ກິ​ດ​ຈີນ" ໃນ​ວັນ​ທີ 19 ທັນ​ວາ​ນີ້​ໂດຍ​ຄ​າດ​ວ່າ​ປີ​ນີ້​ເສດ​ຖະ​ກິດ​ຈີນ​ຈະ​ເຕີບ​ໂຕ 6,8% ເຊິ່ງ​ສູງ​ຂຶ້ນ 0,1% ເມື່ອ​ທຽບ​ໃສ່​ການ​ຄາດ​ໝາຍ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ​.

ບົດ​ດັ່ງ​ກ່າວ​ຊີ້​​ໃຫ້​ເຫັນວ່າ, ພາຍ​ໃຕ້​ເບື້ອງຫຼັງ​ທີ່​ການ​ຄ້າ​ທົ່ວ​ໂລກ​ຟື້ນ​ຕົວ​ຄືນ, ການ​ຄ້າ​ສົ່ງ​ອອກ​ສຸດ​ທິ​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ເປັນ​ເວ​ລາ 3 ໄຕ​ມາດ​ລຽນ​ຕິດ; ວິ​ສາ​ຫະ​ກິດ​ມີ​ຄວາມ​ໝັ້ນ​ໃຈຫຼາຍ​ຂຶ້ນ, ໂອ​ກາດ​ປະ​ກອບ​ອາ​ຊີບ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ທຶນ​ຮອນ​​ທີ່​ນຳ​ໄປ​ສູ່​ຕ່າງ​ປະ​ເທດ​ມີ​ຄ​ວາມ​ສະ​ຖຽນ ແລະ ເງິນຢວນ​ຂອງ​ຈີນ​​ກໍແຂງ​ຄ່າ​ຂຶ້ນ.

ທີ່​ຈິງ​ແລ້ວ, ນີ້​ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທະ​ນາ​ຄ​ານ​ໂລກ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ. ເດືອນ​ຕຸ​ລາ​ປີ​ນີ້, ທະ​ນາ​ຄານ​ໂລກ​​ເຄີຍໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ 6 ເດືອນ​ຕົ້ນ​ປີ​ກ່ຽວ​ກັບ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ" ໂດຍ​ໄດ້​ປັບ​ຄາດ​ໝາຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ​ນີ້​ຈາກ 6,5% ໃນ​ເດືອນ​ເມ​ສາ​ຂຶ້ນ​ເປັນ 6,7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ