ປີ​ໜ້າ​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ນ​ະ​ໂຍ​ບາຍ​ເງິນ​ຕາ​ຢ່າງ​ໝັ້ນ​ທ່ຽງ
2017-12-21 14:53:05  cri 

ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ສູນ​ກາງ​ຈີນ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 20 ທັນ​ວາ​ນີ້​​ໂດຍ​ໄດ້​ວາງ​ແຜນ​ວຽກ​ງານ​ເສດ​ຖະ​ກິດ​ປີ 2018 ໄວ້​ດັ່ງ​ນີ້: ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ໝັ້ນ​ທ່ຽງ​ຄວນ​ຮັກ​ສາ​ລັກ​ສະ​ນະ​ເປັນ​ກາງ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງວ່າ​ຕ້ອງ​ຄວບ​ຄຸມ​ການ​ສະ​ໜອງ​ເງິນ​ຕາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເຮັດ​ໃຫ້​ເງິນ​ກູ້​ສິນ​ເຊື່ອ​ແລະ​ການ​ລະ​ດົມ​ທຶນ​ໃນ​ສັງ​ຄົມ​ເຕີບ​ໂຕ​ຢ່າງ​ສົມ​ເຫດ​ສົມ​ຜົນ, ເຮັດ​ໃຫ້​ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນ​ຖານ​ໃນ​ລະ​ດັບ​ສົມ​ເຫດ​ສົມ​ຜົນ​ແລະ​ດຸນ​ດ່ຽງ, ສົ່ງ​ເສີມ​ຕະຫຼາດ​ທຶນຫຼາຍ​ລະ​ດັບໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ເພື່ອ​ຮັບ​ໃຊ້​ເສດ​ຖະ​ກິດ​ທີ່​ເປັນ​ຮູບ​ປະ​ທຳ​ໃຫ້​ດີກວ່າ​ເກົ່າ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ສ່ຽງ​ດ້ານ​ລະ​ບົບ​ການ​ເງິນຢ່າງ​ເດັດ​ຂາດ.

ທ່ານ​ເຈິ່ງ​ກ່າງ ຫົວ​ໜ້າ​ຫ້ອງ​ການ​ຄົ້ນ​ຄວ້າ​ທະ​ນາ​ຄານ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ເງິນ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ກ່າວ​ວ່າ: ຖ້າ​ຢາກຫຼຸດ​ປະ​ລິ​ມານ​ເງິນ​ກູ້ໃຫ້​ໜ້ອຍ​ລົງ​ແລະ​ປ້ອງ​ກັນ​ຄວາມ​ສ່ຽງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ, ​ກໍຕ້ອງ​ມີ​ສະ​ພາບການ​ເງິນ​​ທີ່ຄ່ອງ​ຕົວ​ແລະເໝາະ​ສົມ, ​ຕ້ອງ ມີນະ​ໂຍ​ບາຍ​ເງິນ​ຕາ​ທີ່​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ. ໃນ​ຕໍ່​ໜ້າ, ຕ້ອງ​ເບິ່ງກວ້າງມອງ​ໄກແລະ​​ຄວນ​ປັບ​ປຸງ​ການ​ຄຸ້ມ​ຄອງ​ສະ​ພາບ​ການ​ເງິນ​​ໃຫ້ຄ່ອງ​​ຕົວ​ແລະ​ໝັ້ນ​ທ່ຽງ​ດີ​ຂຶ້ນ​ຕື່ມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ