ປີ 2018 ຈີນ​ຈະ​ສົ່ງ​ດາວ​ທຽມ​ຮັບ​ສົ່ງ​ສັນຍານ​ແລະຍານ​ສຳຫຼວດຂອງ​ໂຄງການ​ "ສາງ​ເອີ 4" ຕາມ​ລຳດັບ
2017-12-21 15:26:10  cri 

​ແຫຼ່ງຂ່າວ​ຈາກ​ສູນ​ໂຄງການ​ສຳຫຼວດດວງ​ຈັນ​ແລະ​ການບິນ​ອະວະກາດ​ຈີນ ​ໃຫ້​ຮູ້​ວ່າ: ​ໂຄງການ "ສາງ​ເອີ 4 " ທີ່​ນອນ​ຢູ່ໃນ​ໂຄງການສຳຫຼວດດວງ​ຈັນ​ຂອງ​ຈີນ ມີ​ແຜນ​ຈະ​ສົ່ງ​ດາວ​ທຽມ​ຮັບ​ສົ່ງ​ສັນຍານ "ສາງ​ເອີ 4" ​ໃນ 6 ​ເດືອນ​ຕົ້ນປີ 2018 ​ແລະ​ 6 ​ເດືອນ​ທ້າຍປີ ຈະ​ສົ່ງ​ຍານ​ສຳຫຼວດ "ສາງ​ເອີ 4".

ຂ່າວ​ລາຍງານ​ຕື່ມວ່າ: ​ໂຄງການ "ສາງ​ເອີ 4" ຈະ​ບັນລຸ​ຜົນ​ເປັນ​ຈິງ​ໃນ​ການ​ສົ່ງ​ຍານ​ສຳຫຼວດລົງ​ຈອດ​ພື້ນ​ຜິວ​ດວງ​ຈັນ​ເບື້ອງທີ່​ບໍ່​ມີ​ແສງຕາ​ເວັນ ​ແລະ ​ເຄື່ອນ​ທີ່​ສຳຫຼວດດວງ​ຈັນ​ເປັນຄັ້ງທຳ​ອິດ​ສຳລັບ​ມວນມະນຸດ; ​ເຮັດ​ສຳ​ເລັດ​ການ​ວັດ​ແທກ​ໂລກ​ແລະ​ດວງ​ຈັນ ​ແລະ ຮັບ​ສົ່ງ​ຂໍ້​ມູນ​ຜ່ານ​ດາວ​ທຽມ​​ຢູ່​ຈຸດ​ລາ​ເກຣນກຽນ ຫຼື L2 ​ໂລກ​ແລະ​ດວງ​ຈັນ ຂະນະ​ດຽວ​ກັນ ກໍ​ຈະ​ດຳ​ເນີນ​ການ​ສຳຫຼວດ​ແລະ​ຄົ້ນຄວ້າ​ວິທະຍາສາດ​ທີ່​ກ່ຽວຂ້ອງ.

ການ​ນຳ​ໃຊ້ດາວ​ທຽມ​ຮັບ​ສົ່ງ​ສັນຍານ​ເພື່ອ​ສາມາດ​ສື່ສານ​ກັນ​ລະຫວ່າງ​ໂລກ​ກັບ​ດວງ​ຈັນເບື້ອງທີ່​ບໍ່​ມີ​ແສງຕາ​ເວັນ ​ແມ່ນ​ຫົວຄິດປະດິດ​ສ້າງຂອງ​ຄົນ​ຈີນ. ສຳລັບ​ຈຸດ​ຫຍຸ້ງຍາກ​ອີກ​ຈຸດໜຶ່ງ​ໃນ​ການ​ປະຕິບັດ​ໂຄງການ "ສາງ​ເອີ 4" ​ກໍ​ຄື ມະນຸດ​ຢູ່​ໂລກ​ບໍ່​ສາມາດ​ສື່ສານ​ໂດຍ​ກົງ​ກັບ​ເບື້ອງທີ່​​ບໍ່​ມີ​ແສງຕາ​ເວັນຂອງ​ດວງ​ຈັນ​ໄດ້. ​ແຕ່​ຜ່າ​ນການ​ສົ່ງ​ດາວ​ທຽມ​ຮັບສົ່ງ​ສັນຍານ​ໄປ​ສູ່​ຈຸດ L2 ​ແລ້ວ​ ຈະ​ເຮັດ​ໃຫ້​ດວງ​ຈັນ​ຕັ້ງຢູ່​ລະຫວ່າງ​ໂລກ​ກັບ​ດາວ​ທຽມຮັບ​ສົ່ງ​ສັນຍານ ກໍ​ຈະສາມາດ​ແກ້​ໄຂ​ບັນຫາ​ດັ່ງກ່າວ​​ໄດ້ຢ່າງ​ມີ​ປະສິດທິ​ຜົນ​ດ້ວຍ​ຕົ້ນທຶນ​ຕ່ຳ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ