ນາຍົກ​ກຳປູ​ເຈຍ​ກ່າວວ່າ​ຈະ​ສ້າງ​ຕັ້ງ "ທະນາຄານ​ວິ​ສາ​ຫະກິດຂະໜາດ​ກາງ​ແລະ​ນ້ອຍ"
2017-12-21 15:27:45  cri 

ທ່ານ​ຮຸນ​​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ ​ໄດ້​​ໄປ​ຢ້ຽມ​ຢາມ​ກຳມະກອນ 16.000 ຄົນ​​ໃນ​ໂຮງງານ​ຕ່າງໆໃນ​ເຂດປໍເຊ​ນ​ເຈ ນະຄອນຫຼວງພະນົມ​ເປັນ ​​ໃນ​ວັນ​ທີ 20 ທັນວາ​ນີ້ ​ແລະກ່າວ​ວ່າ: ລັດຖະບານ​ຈະ​ສ້າງຕັ້ງ "ທະນາຄານ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ" ​ເພື່ອ​ປ່ອຍ​ເງິນ​ກູ້​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ກຳປູ​ເຈຍ ​ເຊິ່ງຈະ​ເປັນ​ການ​ສ້າງ​ຕຳ​ແໜ່​ງວຽກ​ເຮັດງານທຳ​ໃຫ້​ແກ່​ປະຊາຊົນ​ໄດ້ຫຼາຍກວ່າ​ເກົ່າ.

ທ່ານ​ຮຸນ​ແຊນ ກ່າວ​ຕື່ມ​ວ່າ: ​ ຈະມອບ​ເງິນ​ປະມານ 100 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ແກ່​ທະນາຄານໃນ​​ໄລຍະ​ຕົ້ນ ​ແລະລັດຖະບານ​ຈະ​ສຸມ​ໃສ່​ຊຸກຍູ້​ອຸດສາຫະກຳ​ໃຫ້​ເປັນ​ແບບຫຼາຍ​ເຄົ້າ, ຊຸກຍູ້​​ດຶງດູດ​ການ​ພັດທະນາ​ດ້ານ​ກະສິກຳ​ແລະ​ອຸດສາຫະກຳ ​ແລະ ສ້າງ​ຕຳ​ແໜ່ງວຽກ​ເຮັດ​ງານ​ທຳ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ. ປັດຈຸບັນ, ລັດຖະບານ​ພວມ​ພະຍາຍາມ​ເພື່ອ​ບັນລຸ​ເປົ້າໝາຍ​ທີ່​ໄດ້​ວາງ​ໄວ້ ​ແລະ​ຫວັງ​ວ່າ​ຈະ​ພັດທະນາ​ກຳປູ​ເຈຍ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ກວ່າ​ລະດັບປານ​ກາງ​ເລັກ​ໜ້ອຍ​ເມື່ອ​ຮອດ​ປີ 2030 ​ແລະ ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ເມື່ອ​ຮອດ​ປີ 2050.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ