ຈີນ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນຢ່າງ​ຕັ້ງ​ໜ້າແລະ​ບໍ່​ປ່ຽນ​ແປງ​ໃນ​ປີ 2018
2017-12-21 15:05:32  cri 
ຕາມ​ຂ່າວCRI:ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ສູນ​ກາງ​ຈີນ​ທີ່​ໄດ້​ອັດ​ລົງ​ໃນ​ວັນ​ທີ 20 ທັນ​ວາ​ນີ້​ໄດ້​ຊີ້​ອອກວ່າ, ໃນ​ປີ 2018, ຈີນ​ຈະ​ຫຍຶດ​ໝັ້ນຫຼັກ​ພື້ນ​ຖານລ​ວມ​ທີ່​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ, ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິ​ນ​ຢ່າງ​ຕັ້ງ​ໜ້າແລະ​ບໍ່​ປ່ຽນ​ແປງ, ປັບ​ປຸງ​ໂຄງ​ປະ​ກອບລາຍຈ່າຍ​ດ້ານ​ການ​ເງິນ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ, ຮັບ​ປະ​ກັນ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ຂົງ​ເຂດ​ແລະ​ໂຄງ​ການ​ທີ່​ສຳ​ຄັນ.

​ປີ 2017, ການ​ຫຼຸດ​ພາ​ສີ, ການ​ຫຼຸດ​ຄ່າ​ທຳ​ນຽບ​ຕ່າງໆ, ເພີ່ມ​ງົບ​ປະ​ມານ​ເພື່ອ​ແກ້​ໄຂ​ຈຸດ​ອ່ອນ, ໄດ້ສ້າງ​ຜົນປະ​ໂຫຍດ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຫຼາຍມາດ​ຕະ​ການ​ນະ​ໂຍ​ບາຍການ​ເງິນ​ຢ່າງ​ຕັ້ງ​ໜ້າ​​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ແທ້​ຈິງ.

ທ່ານ​ຫຼິວ​ຊ້າງ​ຊີ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ເງິນ​ຈີນ​ກ່າວ​ວ່າ, ​ກ້າວ​ສູ່​ປີ 2018, ຈີນ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ຢ່າງ​ຕັ້ງ​ໜ້າ, ຮັບ​ປະ​ກັນການ​ຄ້ຳ​ປະ​ກັນ​ຂົງ​ເຂດ​ສຳ​ຄັນ​ຕ່າງໆ​ເຊັ່ນ: ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ດ້ານ​ການ​ສະ​ໜອງ, ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ປ້ອງ​ກັນ​ແລະປັບ​ປຸງ​ແກ້​ໄຂ​ດ້ານ​ການ​ມົນ​ລະ​ພິດ​ແລະ​ຂົງ​ເຂດ​ສຳ​ຄັນ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ