ລັດ​ຖະ​ມົນ​ຕີ​ການ​ຕ່​າງ​ປະ​ເທດ​ຈີນ​ສົ່ງ​ໂທ​ລະ​ເລກສະ​ແດງ​ຄວາມ​ເຫັນ​ໃຈຕໍ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີນທີ່​ປະ​ສົບ​ໄພ​ລົມ​ພາ​ຍຸ
2017-12-21 15:06:04  cri 
ຕາມ​ຂ່າວCRI:ວັນ​ທີ 19 ທັນ​ວາ​ນີ້, ທ່ານ​ວາງ​ອີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່ທ່ານ​ອາ​ລັນ ປີ​ເຕີ ກາ​ເຢ​ຕາ​ໂນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີນ​ກ່ຽວ​ກັບ​ຟີ​ລິບ​ປີນ​ທີ່ປະ​ສົບ​ໄພ​ລົມ​ພາ​ຍຸ "​ໄຄ​ຕັກ"ໃນ​ຫວ່າງ​ມໍ່ໆ​ນີ້, ​ໂທ​ລ​ະ​ເລກ​ຂຽນ​ວ່າ:

ຫວ່າງ​ມໍ່ໆ​ນີ້, ຟີ​ລິບ​ປີນ​ໄດ້​ປະ​ສົບ​ໄພ​ລົມ​ພາ​ຍຸ "ໄຄ​ຕັກ", ເຊິ່ງ​ໄດ້​ຮັບ​ມີ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຕໍ່​ປະ​ຊາ​ຊົນ​ແລະ​ຊັບ​ສິນ. ທ່ານ​ວາງ​ຢີ້​ກ່າວ​ໃນ​ໂທ​ລະ​ເລກວ່າ: ຂ້າ​ພະ​ເຈົ້າຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​​ແລະ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ທ່ານ​ແລະ​ປະ​ຊາ​ຊົນ​ຢູ່​ເຂດ​ປະ​ສົບ​ໄພ. ແລະເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ລັດ​ຖະ​ບານ​ຟີ​ລິບ​ປີນ, ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈະເອົາ​ຊະ​ນະ​ຕໍ່​ໄພ​ທຳ​ມະ​ຊາດ, ແລະ​ສາ​ມາດຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ເຂົ້າ​ສູ່​ສະ​ພາບ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ