ຊ່າງ​ເຮັດ​ໝີ່​ເມືອງ​ຈື້ກົ້ງ​ເຮັດໝີ່​ຄື​ເສັ້ນ​ຜົມ ຮູເຂັມສາ​ມາດ​ໃສ່​ເສັ້ນ​ໝີ່ໄດ້ 42 ເສັ້ນ
2017-12-21 17:01:26  cri 

ຕາມ​ຂ່າວCRI:ຊ່າງ​ເຮັດ​ໝີ່ຊື່​ ຫຼີ​ຫົງ​ຄາຍ ທີ່​ເມືອງ​ຈື້ກົ້ງ​ແຂວງ​ເສ​ສວນ​ເຮັດ​ໝີ່ດ້ວຍ​ມື​ຄື​ເສັ້ນ​ຜົມ, ຮູ​ເຂັມ​ສາ​ມາດ​ໃສ່​ເສັ້ນ​ໝີ່ໄດ້ 42 ເສັ້ນ. ຫຼີ​ຫົງ​ຄາຍ​ເວົ້າ​ວ່າ, ນີ້​ແມ່ນ​ໝີ່​ຈີ່ນ​ຊີ - ເຊິ່ງ​ເປັນໝີ່​​ທີ່​ໄດ້​ປັບ​ປຸງ​ເພື່ອ​ສ້າງ​ຄວາມ​ສົນ​ໃຈ​ເຊິ່ງ​ແມ່ນ​ອາ​ຫານ​ນ້ອຍ​ພື້ນ​ເມືອງທີ່​ມີ​ຊື່​ສຽງຂອງ​ແຂວງ​ເສ​ສວນ, ເສັ້ນໝີ່ມີ​ຂະ​ໜາດ​ເສັ້ນ​ຜ່າສູນ​ກາງ​ພຽງ​ແຕ່ 0,067 ລີ​ມີ​ແມັດ​ເທົ່າ​ນັ້ນ.

ຂ່າວ​ແຈ້ງວ່າ, ຊ່າງ​ເຮັດ​ໝີ່ ຫຼີ​ຫົງ​ຄາຍ ແມ່ນ​ຜູ້​ເລີ່ມ​ປະ​ດິດ​ສ້າງ "ໝີ່​ນ້ອຍ​ທີ່​ສຸດ"ດ້ວຍ​ມື, ໃນ​ປີ 2007 ໄດ້ຖືກ​ຈັດ​ເຂົ້າ​ໃນ "ສະ​ຖິ​ຕິ​ກິນເນ​ສຊຽງ​ໄຮ໋", ມາ​ຮອດ​ປັດ​ຈຸ​ບັນ​ນີ້​ໄດ້​ຮັກ​ສາ​ສະ​ຖິ​ຕິ​ໂລກ​ກິນ​ເນ​ສ​ຂອງ "ໝີ່​ນ້ອຍ​ທີ່​ສຸດ".


1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ