ຈັດ​ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ສູນ​ກາງ​ຈີນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ
2017-12-21 15:22:31  cri 
ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ສູນ​ກາງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 20 ທັນ​ວາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ປາ​ໄສ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ, ເພື່ອ​ຖອດ​ຖອນ​ບົດ​ຮຽນ​​ຂະ​ບວນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ເມື່ອກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ມາ​ນີ້, ວິ​ເຄາະ​ສະ​ພາບ​ເສດ​ຖະ​ກິດ​ໃນ​ປັດ​ຈຸ​ບັນ​ແລະ​ຈັດ​ວາງວຽກ​ງານ​ເສດ​ຖະ​ກິດ​ໃນ​ປີ 2018. ກອງ​ປະ​ຊຸມ​ເຫັນ​ວ່າ, ແນວ​ຄິດ​ເສດ​ຖະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ​ແມ່ນ​ຜົນ​ງານ​ທິດ​ສະ​ດີ​ທີ່​ໄດ້ປະ​ຕິ​ບັດ​ເພື່ອ​ຊຸກ​ຍູ້​​ການພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ໃນ 5 ປີ​ຜ່ານ​ມາ, ແມ່ນ​ໝາກ​ຜົນ​ຫຼ້າ​ສຸດ​ຂອງວິ​ຊາ​ເສດ​ຖະ​ສາດ​ການ​ເມືອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຕ້ອງ​ຍຶດ​ໝັ້ນ​ເປັນ​ໄລ​ຍະ​ຍາວ​ແລະ​ພັດ​ທະ​ນາ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສຳ​ລັບ​ວຽກ​ງານ​ເສດ​ຖະ​ກິດ​ໃນ​ປີ 2018, ກອງ​ປະ​ຊຸມ​ຊີ້​ໃຫ້​ເຫັນ​ວ່າ, ຄວນ​ລົ​ງ​ເລິກ​ການ​ປະ​ຕິ​ຮູບໂຄງ​ປະ​ກອບ​​ດ້ານ​ການ​ສະ​ໜອງ, ເລັ່ງ​ການ​ປະ​ຕິ​ຮູບ​ຫຼາຍ​ດ້ານ​ເຊັ່ນຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ​ແລະ​ອື່ນໆ, ຕໍ່​ຕ້ານ​ການ​ເຄື່ອນ​ໄຫວ​ການ​ເງິນ​ທີ່​ລະ​ເມີດ​ກົດ​ໝາຍ​ແລະ​ກົດ​ລະ​ບຽບ​ຢ່າງ​ເດັດ​ດ່ຽວ, ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ລະ​ບົບ​ຕິດ​ຕາມ​ຄວບ​ຄຸມ​ທີ່​ອ່ອນແອ.

ກອງ​ປະ​ຊຸມ​ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ​ແລະ​ທົ່ວ​​ປວງ​ຊົນ​ມີ​ຄວາມ​ສາ​ມັກ​ຄີ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ແກນ​ກາງ​ຢ່າງ​ໃກ້​ຊິດ, ມີ​ຈິດ​ໃຈ​ຫ້າວ​ຫັນ​ບຸກ​ໜ້າ​ປຶນ​ຕົວ, ເພື່ອ​ປະ​ຕິ​ບັດວຽກ​ງານ​ຕ່າງໆໃຫ້​ໄດ້​ຮັບ​ຜົນ​ດີ, ທັງ​ຮັບ​ປະ​ກັນ​ວຽກ​ງານ​ເສດ​ຖະ​ກິດ​ໃນ​ປີ​ໜ້າ​ມີ​ການ​ເລີ່ມ​ຕົ້ນ​ທີ່​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ