ເປີດ​ສູນ​ວາງ​ສະ​ແດງ​ຫຸ່ນ​ຍົນ​ຊ່ຽວ​ຊ່ານ​ແຂວງ​ເຈິ້​ຈ່ຽງ
2017-12-21 17:51:22  cri 

ສູ​ນ​ວາງ​ສະ​ແດງ​ຫຸ່ນ​ຍົນ​ຊ່ຽວ​ຊ່ານ​ແຂວງ​ເຈີ້​ຈ່ຽງ​ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 20 ທັນ​ວາ​ນີ້. ສູນ​ດັ່ງ​ກ່າວ​ຕັ້ງ​ຢູ່​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຕັກ​ນິກ​ຊ່ຽວ​ຊ່ານ​ນະ​ຄອນ​ຫັງ​ໂຈ່ວ, ກວມ​ເນື້ອ​ທີ່​ປະ​ມານ 6000 ​ຕາແມັດ, ເປັນ​ສະ​ຖານ​ທີ່​ຈັດ​ງານ​ວາງ​ສະ​ແດງ, ຈັດ​ການ​ແຂ່ງ​ຂັນ​ຫຸ່ນ​ຍົນ​ແລະ​ອື່ນໆ, ໄດ້​ວາງ​ສະ​ແດງ​ຜົນ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃນ​ຂົງ​ເຂດ​ຫຸ່ນ​ຍົນ​, ສະ​ຕິ​ປັນ​ຍາ​ທຽມ​ຫຼື AI ແລະ​ອື່ນໆ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ