ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ອັ​ຟ​ກາ​ນິ​ສະ​ຖານ​-ປາ​ກີ​ສະ​ຖານ​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້
2017-12-22 10:41:03  cri 
ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 21 ທັນ​ວາ​ນີ້​ວ່າ: ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ອັ​ຟ​ກາ​ນິ​ສະ​ຖານ-ປາ​ກີ​ສະ​ຖານ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ທັນ​ວາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ແຫ່ງ​ ສ​ປ ຈີນ ແລະ​ໂດຍ​ຕອບ​ສະ​ໜອງ​ຕ​າມ​ຄຳ​ເຊີນ​ຂອງ​ທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ,  ທ່ານ​​​ຊາ​ລາ​ຮຸດ​ດິນ ຣາ​ບາ​ນີລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັ​ຟ​ກາ​ນິ​ສະ​ຖານແລະທ່ານ​ຄາ​ວາ​ຈາ ອາ​ຊິ​ຟລັດ​ຖະ​ມົນ​ຕີ​ກະ​ຊວງກ​ານ​ຕ່າງ​ປະ​ເທດ​ປາ​ກີ​ສະ​ຖານ​ພ້ອມ​ຄະ​ນະ​ໄດ້​ສ​ຕອບ​ຮັບ​ຄຳ​ເຊີນ​ແລະ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ເປັນ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ-ອັ​ຟ​ກາ​ນິ​ສະ​ຖານ-ປາ​ກີ​ສະ​ຖານ ເຊິ່ງ​ສາມ​ຝ່າຍ​ຈະ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ 3 ຫົວ​ຂໍ້​ໃຫຍ່​ຄື ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອ​ງ​ກັບ​ຄວາມ​ປອງດອງ, ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ແລະ​ການ​ເຊື່ອມ​ຈອດ​ກັນ, ການ​ຮ່ວມ​ມື​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ກັບ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ. ຈີນ​ຫວັງ​ວ່າ​ຜ່ານ​ຈາກກອງ​ປະ​ຊຸມ​ຄັ້ງ​ນີ້,ສາມ​ຝ່າຍ​ຈະ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ສົ່ງ​ເສີມ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ອັ​ຟ​ກາ​ນິ​ສະ​ຖານ​ກັບ​ປາ​ກີ​ສະ​ຖານ​ໃຫ້​ດີ​ຂຶ້ນ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ເພື່ອ​ຮ່ວມ​ກັນ​ສຸມ​ໃສ່​ການ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ