ທ່ານຫຼີ​ເຄີ້ສຽງ ສົ່ງ​ສານ​ຊົມ​ເຊີຍ​ການເລີ່​ມກໍ່ສ້າງ​ໂຄງການ​ຮ່ວມ​ມືທາງ​ລົດ​ໄຟ​ຈີນ-​ໄທ​ໄລຍະ​ທີ​ 1
2017-12-22 11:17:39  cri 

ວັນ​ທີ 21 ທັນວາ​ນີ້, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ການ​ເລີ່​ມກໍ່ສ້າງ​ໂຄງການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-​ໄທ​ໄລຍະ​ທີ 1 ​ເຊິ່ງທ່ານ​ປະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ​ເຂົ້າຮ່ວມ​ພິທີ​ເປີດ​ການ​ກໍ່ສ້າງ ທັງ​ກ່າວ​ປາ​ໄສ.

ທ່ານຫຼີ​ເຄີ້ສຽງ ກ່າວ​ໃນ​ສານ​ຊົມ​ເຊີຍວ່າ: ​ໂຄງການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-​ໄທ ​ແມ່ນ​ໂຄງການ​ສຳຄັນ​ອັນ​ດັບ​ໜຶ່ງ​ສຳລັບ​ສອງ​ຝ່າຍ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ ​​​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ແຫ່ງ​ການ​ປຶກສາ​ຫາລື​ຮ່ວມກັນ, ກໍ່ສ້າງ​ຮ່ວມ​ກັນ ​ແລະ ຊົມ​​ໃຊ້​ຮ່ວມ​ກັນ, ​ເປັນ​ໂຄງການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ຈະສາມາດ​ຍົກ​ລະດັບການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ເຊື່ອມ​ຈອດ​ລະຫວ່າງ​ໄທ​ກັບ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້​ເສດຖະກິດ​ໄທ​ໃຫ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ແລະ​ຊຸກຍູ້​ດຶງ​ດູດ​ການ​ພັດທະນາ-ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ພ້ອມ​ທັງ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ. ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກສາ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ດຳ​ເນີນ​ການ​ກໍ່ສ້າງ​ໂຄງການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-​ໄທ​ໄລຍະ​ທີ 1 ​ໃຫ້​ສຳ​ເລັດ​ຢ່າງ​ມີ​ຄຸນ​ນະພາ​ບສູງ, ຊຸກຍູ້ວຽກງານຂອງໂຄງການໄລຍະທີ 2 ຢ່າງຈິງຈັງ, ພະຍາຍາມ​ໃຫ້​ບັນລຸ​ການ​ເຊື່ອມ​ຈອດ​ທາງ​ລົດ​ໄຟ​ຈີນ-​ໄທ ​ແລະ ທາງ​ລົດ​ໄຟ​ຈີນ-ລາວ​ໂດຍ​ໄວ, ສົ່ງ​ເສີມ​​ເສດຖະກິດ​ການ​ຄ້າ, ການ​ໄປມາຫາສູ່​ແລກປ່ຽນ​ກັນ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ດັ່ງກ່າວ ​ແລະ​ບັນລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ