ການ​ເງິນສະໜັບສະໜູນ​​ເຮັດ​ໃຫ້​ຊາວ​ລ້ຽງສັດ 5 ໝື່ນ​ຄົນ​ຢູ່​ເຂດ​ຊິ່ນ​ຈ່ຽງຫຼຸດພົ້ນຈາກ​ຄວາມທຸກ​ຍາກ
2017-12-22 11:21:56  cri 

​ແຫຼ່ງຂ່າວ​ຈາກໜັງສື​ພິມ "​ເສດຖະກິດ​ລາຍ​ວັນ" ຂອງ​ຈີນ​ໃຫ້ຮູ້​ວ່າ: ພະ​ແນ​ກຕິດຕາມ​​ຂະ​ແໜງ​ການທະນາຄານ​​ເຂດ​ອ່າ​ເຄີ້ຊູ່ ​ເຂດ​ຊິ່ນ​ຈ່ຽງ ​ໄດ້​ຕັ້ງໜ້າ​ຊີ້​ນຳ​ຂະ​ແໜງ​ການ​ທະນາຄານ​ທີ່ຢູ່​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຕົນ​ປະກອບສ່ວນ​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ ​ໂດຍ​ຊີ້​ນຳ​ຄອບຄົວ​ທຸກຍາກ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ ​ເພື່ອ​​ຂະຫຍາຍ​ຊ່ອງ​ທາງ​ສ້າງ​ລາຍ​ຮັບ ​​ແລະນັບ​ແຕ່​ຕົ້ນປີ​ນີ້​ເປັນຕົ້ນມາ ກໍ​ໄດ້​ປ່ອຍ​ເງິນ​ກູ້​ໃຫ້​ຊາວ​ລ້ຽງສັດ ຈຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າສາມາດຫຼຸດພົ້ນຈາກ​ຄວາມທຸກ​ຍາກ​ໄດ້ 50.000 ກວ່າ​ຄົນ.

​ແຕ່​ປີ​ນີ້​ເປັນຕົ້ນມາ, ​ເຂດ​ອ່າ​ເຄີ້ຊູ່ ​ໄດ້​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ປະຊາກອນ​ຜູ້​ທຸກ​ຍາ​ກ​ເປັນ​ບຸລິມະສິດ ​​ແລະ​ຮັບປະກັນ​ປ່ອຍ​ເງິນ​ກູ້​ໃຫ້​ຄອບຄົວ​ທຸກ​ຍາກ​ທີ່​ໄດ້​ຈົດ​ທະບຽນ. ມາ​ຮອດ​ທ້າຍ​ເດືອນ​ພະຈິກ​ຜ່ານ​ມາ, ​ໂດຍ​ລວມ​ແລ້ວ ​ໄດ້​ປ່ອຍ​ເງິນ​ກູ້ສິນ​ເຊື່ອລາຍ​ຍ່ອຍ 817 ລ້ານ​ຢວນ ​ໂດຍ​ບໍ່​ຕ້ອງ​ຊວດ​ຈຳ ​ແລະ ຜູ້​ຮັບປະກັນ, ທັງ​​ໃຫ້ຂະ​ແໜງການ​ເງິນຖົມ​ຂຸມ​ດອກ​ເບ້ຍກວ່າ 14.160.000 ຢວນ. ຈາກ​ການ​ປ່ອຍ​ເງິນ​ດັ່ງກ່າວ ​ແລະ ດ້ວຍ​ການ​ຊີ້​ນຳ​ຈາກ​ອົງການ​ລັດຖະບານ, ຊາວ​ລ້ຽງສັດ​ຜູ້​ທຸກ​ຍາກ​ທີ່​ໄດ້​ຈົດ​ທະບຽນ 52.300 ກວ່າ​ຄົນ ສາມາດຫຼຸດພົ້ນຈາກ​ຄວາມທຸກ​ຍາກ​​ໃນ​ປີ​ນີ້ ​ໂດຍ​ຜ່ານ​ຊ່ອງ​ທາງ​ຕ່າງໆ ​ເຊັ່ນ ປູກ​ພືດ, ລ້ຽງສັດ.

ນອກ​ນີ້, ພະ​ແນ​ກຕິດຕາມຂະ​ແໜງ​ການ​ທະນາຄານ​ເຂ​ດອ່າ​ເຄີ້ຊູ່ ຍັງ​ຊີ້​ນຳອົງການ​ທະນາຄານ​ເລັ່ງລັດ​ສ້າງ​ສະພາບ​ແວດ​ລ້ອມ​ການບໍລິການ​ຊຳລະ​ເງິນ​ໃນ​ຊົນນະບົດ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ