ມູນ​ຄ່າ​ຊື້​ຂາຍ​ໃນ​ງານ​ຕະຫຼາດນັດ​ອັນຍະ​ມະນີ​ມຽນມາ​ເພີ່ມ​ຂຶ້ນ
2017-12-22 11:26:01  cri 

ຫຼັງດຳ​ເນີນ​ງານ​ມາ​ແຕ່​ວັນ​ທີ 12 ທັນວາ​ນີ້, ງານ​ຕະຫຼາດນັດ​ຫີນ​ຢົກ​ແລະ​ອັນຍະ​ມະນີ​ມຽນມາ 2017 ​ໄດ້​ປິດ​ລົງ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ໃນ​ວັນ​ທີ 21 ທັນວາ​ນີ້ ​ໂດຍ​ມູນ​ຄ່າ​ຊື້​ຂາຍ​ໄດ້​ເພີ່ມ​ຂຶ້ນ 110.000.000 ​ເອີ​ໂຣ ​ເມື່ອ​ທຽບ​ໃສ່​ປີຜ່ານມາ ​ເຊິ່ງ​ງານ​ຕະຫຼາດນັດ​ດັ່ງກ່າວ​ໄດ້​ດຶງ​ດູດ​ນັກ​ທຸລະ​ກິດ​ອັນຍະ​ມະນີ​ຈີນ​ຢ່າງຫຼວງຫຼາຍ.

ຮອງ​ປະທານ​ຄະນະ​ກຳມະການແຜນການງານ​ຄັ້ງນີ້ ​ໄດ້​ກ່າວ​ໃນ​ພິທີ​ປິດ​ງານ​ວ່າ: ມູນ​ຄ່າ​ຊື້​ຂາຍ​ໃນ​ຕະຫຼາດນັດ​ປີ​ນີ້​ບັນລຸ​ເຖິງ 439.350.000 ​ເອີ​ໂຣ ​ແລະ​ສາມາດ​ດຶງ​ດູດ​ນັກທຸລະກິດ​ອັນຍະ​ມະນີ 4.400 ກວ່າ​ທ່ານ​ຈາກ​ວິ​ສາ​ຫະກິດ​ຫີນ​ຢົກ​ແລະ​ອັນຍະ​ມະນີພາຍ​ໃນ​ແລະ​ຕ່າງປະ​ເທດ 1.600 ​ແຫ່ງ​ເຂົ້າຮ່ວມ ​ໃນ​ນີ້, ນັກທຸລະກິດ​ອັນຍະ​ມະນີ​ຕ່າງປະ​ເທດ​ມີ 2.852 ຄົນ ​ແລະ​ຈາກ​ຈີນຫຼາຍກວ່າ​ໝູ່.

ງານ​ຕະຫຼາດນັດ​ອັນຍະ​ມະນີ​ມຽນມາ​ເລີ່​ມຈັດ​ຂຶ້ນ​ເມື່ອ​ປີ 1964 ​ແລະ​​ເປັນ​ເວທີ​ການ​ຄ້າ​ທີ່​ສຳຄັນ​ຂອງມຽນມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ