ການ​ແຂ່ງຂັນ​ລົດຣາລີ​ສາກົນຈີນ-ອາ​ຊຽນ​ແລ່ນ​ໄດ້​ກວ່າ​ເຄິ່ງທາງ​ແລ້ວ
2017-12-22 16:30:17  cri 

ຫຼັງຈາກ​ໄດ້​ແຂ່ງຂັນ​ແລ່ນ​ຜ່ານ 5 ປະ​ເທດ ຄື ຫວຽດນາມ, ລາວ, ​ໄທ, ມຽນມາ ​ແລະ ກຳປູ​ເຈຍ, ການ​ແຂ່ງຂັນ​ລົດຣາລີ​ສາກົນ​ຈີນ-ອາ​ຊຽນ 2017 ກໍ​ຄື ການ​ແຂ່ງຂັນ​ລົດຣາລີ​ສື່​ມວນ​ຊົນ​ຈີນ-ອາ​ຊຽນ ​ໄດ້​ເດີນທາງຮອດ​ນະຄອນຫຼວງກວາ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ ​ໃນ​ວັນ​ທີ 20 ທັນວາ​ນີ້ ກໍ​ໝ​າຍຄວາມ​ວ່າ, ການ​ແຂ່ງຂັນ​ດັ່ງກ່າວ​ໄດ້​ແລ່ນ​ຜ່ານ​ກວ່າ​ເຄິ່ງ​ໜຶ່ງ​ຂອງໄລຍະ​ທາງ​ແລ້ວ.

ຕາມ​ການຈັດ​ວາງ​ຂອງ​ການ​ແຂ່ງຂັນ, ຜູ້​ເຂົ້າ​ແຂ່ງຂັນ​ຕ້ອງ​ຂັບ​ລົດ​ຄາ​ຕິງ​ອາຊີບ​ແຂ່ງ​ກັບ​ເວລາ. ​ໃນ​ທີ່​ສຸດ, ທ້າວ​ໂມ​ຮາ​ເມັດ ຈາກ​ມາ​ເລ​ເຊຍ​ສາມາດ​ຄອງ​ແຊມ​ໃນ​ການ​ແຂ່ງຂັນ​ລົດ​ຄາ​ຕິງ​ຮອບ​ທຳ​ອິດ ​ທັງ​ໄດ້​ສ້າງ​ສະຖິຕິ​ໃໝ່​ດ້ວຍ​ຜົນງານ​ 1 ນາທີ 13 ວິທີ 077 ລິບດາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ