ນ້ຳຕົກຕາດກາຍ​ເປັນ​ນ້ຳກ້ອນ ງາມ​​ແທ້​ງາມ​ວ່າ
2017-12-22 16:37:09  cri 

ພາບ​ຊຸດ​ນີ້​ຖ່າຍ​ຢູ່​ຮ່ອມ​ພູ​ຫູ​ຢາ​ເມືອງ​ຜິ​ງອູ ​ແຂວງ​ເສ​ສວນ ເມື່ອວັນ​ທີ 21 ທັນວາ​ນີ້ ​ເຊິ່ງ​ເປັນ​ຍາມໜາວ​ຈັດ ຈົນນ້ຳ​ໃນສາຍ​ນ້ຳ​​ໃນ​ຍາມ​ທຳ​ມະ​ດາກາຍ​ເປັນ​ນ້ຳກ້ອນ ​ແລະ​​ແຂວນ​ຢູ່​ເທິງ​ຕາດ​ສູງ ກາຍ​ເປັນ​ນ້ຳກ້ອນ​ຕົກຕາ​ດຂະໜາດ​ໃຫຍ່ ງາມ​ເອົາ​ແທ້​ເອົາ​ວ່າ ​ແລະສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຈຳນວນຫຼວງຫຼາຍ​ໄປ​ທ່ຽວ​ຊົມ​ນ້ຳກ້ອນ​ຕົກຕາ​ດທີ່​ເປັນ​ການ​ປັ້ນ​ແຕ່ງຂອງ​ທຳ​ມະ​ຊາດ​ແຫ່ງ​ນີ້. ​ໃນ​ລະດູ​ທີ່​ຕ່າງ​ກັນ, ຮ່ອມ​ພູ​​ໃຫຍ່ຫູ​ຢາ ກໍ​ມີ​ທິວ​ທັດ​ທີ່​ຕ່າງ​ກັນ ​​ເປັນ​ຮ່ອມ​ພູ​ງາມ​ຕະການ​ຕາ​ທີ່​ສາມາດ​ປຽບທຽບ​ກັບ​ຮ່ອມ​ພູ​ຈິ​ວຈ້າຍ ​ແລະ ຮ່ອມ​ພູ​ຫວງ​ລົງ ທີ່​ມີ​ຊື່​ສຽງ​ໂດ່​ງດັງນັ້ນ ​ເຊິ່ງລະດູ​ໃບ​ໄມ້​ປົ່ງ​ສາມາດ​​ໄປທ່ຽວຊົມດອກ​ໄມ້, ລະດູ​ຮ້ອນໄປ​ພັກ​ຮ້ອນ, ລະດູ​ໃບ​ໄມ້ຫຼົ່ນ​ໄປ​ທ່ຽວ​ຊົມ​ໃບ​ໄມ້​ສີ​ແດງ ​ແລະ ລະດູ​ໜາວ ກໍ​ຄື​ຊົມ​ນ້ຳກ້ອນ​ຕົກຕາ​ດ.



1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ