ເຮືອ​ໂດຍ​ສານ​ຟີ​ລິບ​ປີນ​​ຫຼົ້ມ, ​ເສຍ​ຊີ​ວິດ 4 ຄົນ
2017-12-22 15:38:33  cri 
ກອງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຟີ​ລິບ​ປີນ​ເປີດ​ເຜີຍ​ໃນ​ວັນ​ທີ 21 ທັນ​ວາ​ນີ້​ວ່າ, ​ເຮືອ​ໂດຍ​ສານ​ລຳ​ໜຶ່ງ​ທີ່​ບັນ​ທຸກຜູ້​ໂດຍ​ສານ 251 ຄົນ​ໄດ້​ຫຼົ້ມ​ຢູ່​ເຂດ​ທະ​ເລນອກ​ແຂວງ​ຄູ​ຊອນ​ພາກ​ເໜືອ​ຟີ​ລິບ​ປີນ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ, ໂຮງ​ໝໍ​ແຫ່ງ​ໜຶ່ງ​ຂອງ​ແຂວງຄູ​ຊອນ​ຢືນ​ຢັນ​ວ່າ, ອຸ​ບັດເຫດ​ຄັ້ງ​ນີ້​ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີ​ວິດ 4 ຄົນ.

ໂຄ​ສົກ​ກອງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຟີ​ລິບ​ປີນ​ກ່າວ​ວ່າ, ວັນ​ທີ 21 ທັນ​ວາ​ເວ​ລາ 8 ໂມງ 30 ນາ​ທີ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ເຮືອ​ໂດຍ​ສານ​ດັ່ງ​ກ່າວ​ເດີນ​ທາງ​ອອກ​ຈາກ​ທ່າ​ກຳ​ປັ່ນ​ແຫ່ງ​ໜຶ່ງ​ຂອງ​ແຂວງ​​ຄູ​ຊອນ, ຍ້ອນ​ວ່າ​ສະ​ພາບ​ການ​ອາ​ກາດ​ບໍ່​ດີ, ​ຈຶ່ງ​ເປັນ​ສາ​ເຫດ​ເຮັດ​ໃຫ້​ເຮືອ​ຫຼົ້ມຫຼັງ​ຈາກ​ອອກ​ເດີນ​ທາງ​ໄດ້​ປະ​ມານ 1 ຊົ່ວ​ໂມງ​ເທົ່າ​ນັ້ນ.  ​ປັດ​ຈຸ​ບັນ​ກຳ​ລັງ​ເກັບ​ຂໍ້​ມູນຈຳນວນ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ, ແລະເຮືອ​ກູ້​ໄພ 3 ລຳ​ກໍ​ໄດ້​ເດີນ​ທາງ​ໄປ​ບ່ອນ​ເກີດ​ອຸ​ບັດ​ເຫດ​ແລ້ວ​ເພື່ອກອບ​ກູ້​ຊີ​ວິດ.

ສະ​ຖານ​ທູດ​ຈີນ​ປະ​ຈຳ​ຟີ​ລິບ​ປີນ​ກ່າວ​ວ່າ, ປັດ​ຈຸ​ບັນ​ຍັງ​ບໍ່​ໄດ້​ຮັບ​ການ​ລາຍ​ງານ​ວ່າ​ໃນ​ເຮືອ​ໂດຍ​ສານ​ດັ່ງ​ກ່າວ​ມີ​ປະ​ຊາ​ຊົນ​ຈີນ​ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ