ຄາດ​ວ່າ​ປີ​ນີ້​ຫວຽດ​ນາມ​ຈະ​​ສາ​ມາດດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໄດ້ 35 ຕື້​ໂດ​ລາ
2017-12-22 16:38:31  cri 
​ສະ​ຖິ​ຕິ​​ຫຼ້າ​ສຸດທີ່​ກົມ​​ການລົງ​ທຶນ​​ຂອງຕ່າງ​ປະ​ເທດ​ຂອງ​ກະ​ຊວງ​ແຜນການ​ແລະ​ການ​ລົງ​ທຶນ​ຫວຽດ​ນາມ​ເປີດ​ເຜີຍ​ໃຫ້​ເຫັນ​ວ່າ, ປີ 2017 ຫວຽດ​ນາມ​ຄາດ​ວ່າ​ຈະສາ​ມາດ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​​ໄດ້ໂດຍ​ກົງ 35 ຕື້​ໂດ​ລາ, ໃນ​ນັ້ນ​ມີ​ທຶນ​ຕ່າງ​ປະ​ເທດ​ 17 ຕື້​ໂດ​ລາ​ໄດ້​ປະ​ຕິ​ບັດ​ຕົວ​ຈິງ​ແລ້ວ.

ມາ​ຮອດ​ທ້າຍ​ເດືອນ​ພະ​ຈິກ​ປີ 2017, ຫວຽດ​ນາມ​ມີ​ໂຄງ​ການ​​ທີ່​ຕ່າງ​ປະ​ເທດ​ລົງ​ທຶນ​ໂດຍ​ກົງ​ຫຼາຍກວ່າ 24 ພັນ​ໂຄງ​ການ, ທຶນ​ລົງ​ທະ​ບຽນ​ມີ​ປະ​ມານ 320 ຕື້​ໂດ​ລາ. ໃນ​ນັ້ນ, ສ ເກົາ​ຫຼີ​ແມ່ນ​ປະ​ເທດ​ລົງ​ທຶນ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ມີ​ເຖິງ 57 ຕື້ 500 ລ້ານ​ໂດ​ລາ, ຖັດ​ມາ​ແມ່ນ​ຍີ່​ປຸ່ນ​, ​ແລະອັນ​ດັບ​ທີ​ສາມ​ແມ່ນ​ສິງ​ກະ​ໂປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ