ຄະ​ນະ​ຜູ້​ແທນ​​ພັກ​ກອມ​ມູ​ນິດ​ຈີນ​ຢ້ຽມ​ຢາມ​ມຽນ​ມາ​ເພື່ອ​ເຜີຍ​ແຜ່​ເນື້ອ​ໃນ​ຈິດ​ໃຈກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19
2017-12-22 16:50:39  cri 
ວັນ​ທີ 21 - 22 ທັນ​ວາ​ນີ້, ທ່ານ​ຫວາງ​ເວີຍກວ່າງ ຜູ້​ວ່າ​ການ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ຢ້ຽມ​ຢາມ​ມຽນ​ມາ, ແລະພົບ​ປະ​ກັບ​ທ່ານ​ວິ​ນ​ມິນ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ຂອງ​ລັດ​ຖະ​ສະ​ພາ​ມຽນ​ມາ​ແລະ​ຜູ້​ນຳ​ພັກ​ການ​ເມືອງ​ສຳ​ຄັນ​ຕ່າງໆ, ແລະ​ເຂົ້າ​ຮ່ວມ​ງານ​ເຜີຍ​ແຜ່​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ແນະ​ນຳ​​ແລະ​ເຜີຍ​ແຜ່​ຂໍ້​ມູນ​ສຳ​ຄັນ​ຫຼາຍ​ຢ່າງ​ໃຫ້​ແກ່​ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ມຽນ​ມາ​ເຊັ່ນພັກ​ການ​ເມືອງ, ອົງ​ການ​ສັງ​ຄົມ, ຄັງ​ປັນ​ຍາ, ສື່ມວນ​ຊົນແລະ​ອື່ນໆ.

​ໂອ​ກາດ​ດຽວ​ກັນ​ນີ້, ມຽນ​ມາ​ໄດ້​ຍ້ອງ​ຍໍ​ຜົນ​ສຳ​ເລັດ​ປະ​ຫວັດ​ສາດ​ທີ່​ຈີນ​ໄດ້​ຮັບ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເມື່ອກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ມາ​ນີ້, ໄດ້​ຕີ​ລາ​ຄາສູງ​ຕໍ່​ຄວາມ​ໝາຍຄວາມ​ສຳ​ຄັນ​ແລະ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຍາວ​ໄກ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19. ວົງ​ການ​ຕ່າງໆ​ຂອງ​ມຽນ​ມາ​ຄ່ອງ​ຄອຍ​ເພື່ອ​ຖອດ​ຖອນ​ບົດ​ຮຽນ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ເລິກ​ເຊິ່ງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ຢູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ