ສ​ະ​ຫະ​ປະ​ຊາ​ຊາດ​ຜ່ານ​ມະ​ຕິ​ວ່າ​ການ​ຕົກ​ລົງ​ໃດໆ​ກໍ​ຕາມທີ່​ປ່ຽ​ນແປງ​ຖາ​ນະ​ຂອງ​ເຢ​ຣູ​ຊາ​ເລັມ​ນັ້ນ​ບໍ່​ມີ​ຜົນ​ສັກ​ສິດ​ຢ່າງ​ເດັດ​ຂາດ
2017-12-22 16:34:53  cri 
    ວັນ​ທີ 21 ທັນ​ວານີ້, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຜ່ານ​ມະ​ຕິ​ສະ​ບັບ​ໜຶ່ງ​ດ້ວຍ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ຖ້ວມ​ທົ້ນ ໂດຍ​ຢືນ​ຢັນ​ວ່າ: ຂໍ້​ຕົກ​ລົງ​ແລະ​ການ​ກະ​ທຳ​ໃດໆ​ກໍ​ຕາມ​ທີ່​ປ່ຽນ​ແປງ​ຖາ​ນະ​ຂອງ​ເມືອງ​ເຢ​ຣູ​ຊາ​ເລັມ​ນັ້ນ "ບໍ່​ມີ​ຜົນ​ສັກ​ສິດ" ຢ່າງ​ເດັດ​ຂາດ.

    ໃນ​ການ​ລົງ​ຄະ​ແນນ​ສຽງ​ໃນ​ມື້​ດຽວ​ກັນ, 128 ປະ​ເທດ ​ລວມ​ທັງ 4 ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ, ​ເຊິ່ງນອກ​ຈາກ​ອາ​ເມ​ລິ​ກາ ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ ແລະ 9 ປະ​ເທດ ເຊັ່ນ: ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອນ​ເປັນ​ຕົ້ນ​ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ. ຫາງ​ສຽງ​ເຫັນ​ວ່າ, ສຽງ​ເຫັນ​ດີ​ແບບ​ຖ້ວມ​ທົ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຫັນ​ຂອງ​ປະ​ຊາ​ຄົມ​ໂລກ​ຢ່າງ​ເຕັມ​ສ່ວນ, ອິດ​ທິ​ພົນ​ດ້ານ​ການ​ເມືອງ​ນີ້ ຈະ​ປະ​ໝາດ​ບໍ່​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ