ທ່ານ​ໂດ​ນັນ ທ​ຣຳ​ລົງ​ນາມ​ໃນ​ຮ່າງ​ກົດ​ໝາຍຫຼຸດ​ອາ​ກອນຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ຮອບ 30 ປີ​ຜ່ານ​ມາ
2017-12-23 15:05:09  cri 
ວັນ​ທີ 22 ທັນ​ວາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ​ຮ່າງ​ກົດ​ໝາຍ​ວ່າ​ດ້ວ​ຍ​ການຫຼຸດ​ອາ​ກອນ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ ​ໃນ​ປະ​ຫວັດ​ສາດ​ນັບ​ແຕ່​ປີ 1986 ເປັນ​ຕົ້ນ​ມາ ແລະກົດ​ໝາຍ​ດັ່ງ​ກ່າ​ວ​ຈະ​ເລີ່ມ​ປະ​ຕິ​ບັດ​ແຕ່​ເດືອນ​ມັງ​ກອນ​ປີ 2018 ເປັນ​ຕົ້ນ​ໄປ.
ທ່ານ​ທ​ຣຳ​ກ່າວ​ໃນ​ພິ​ທີ​ລົງ​ນາມ​ວ່າ: ນີ້​ເປັນ​ກົດ​ໝາຍ​ທີ່​ມີ​ຜົນ​ດີ​ຕໍ່​ຊົນ​ຊັ້ນ​ກາງ​ແລະ​ການ​ສ້າງວຽກ​ເຮັດ​ງານ​ທຳ.

ວັນ​ທີ 20 ທັນ​ວາ​ນີ້, ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ ຖື​ວ່າ​ເປັນ​ຜົນ​ງານ​ສຳ​ຄັນໃນ​ດ້ານ​ນິ​ຕິ​ບັນ​ຍັດ​ຂອງ​ທ່ານ​ທ​ຣຳ​ໃນ​ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປີ​ທຳ​ອິດ.

ຕາມ​ກົດ​ໝາຍ​ດັ່ງ​ກ່າວ, ອັດ​ຕາ​ອາ​ກອນ​ລາຍ​ໄດ້​ຂອງວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ​ຈະຫຼຸດ​ຈາກ 35% ໃນ​ປັດ​ຈຸ​ບັນ​ລົງ​ເຫຼືອ​ຮອດ 21%, ສຳ​ລັບ​ອາ​ກອນ​ລາຍ​ໄດ້​ສ່ວນ​​ບຸກ​ຄົນ, ອັດ​ຕາ​ອາ​ກອນ​ສ່ວນຫຼາຍ​ຈະຫຼຸດ​ຕ່ຳ​ລົງ.

ຕາມ​​ກຳ​ມາ​ທິ​ການປະ​ສົມ​​ອາ​ກອນສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ, ໃນ 10 ປີ​ຕໍ່​ໜ້າ, ກົດ​ໝາຍ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ຂຸມ​ການ​ເງິນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ເພີ່ມ​ຂຶ້ນ 1460 ຕື້​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ