ທ່ານ​ຫຼີ​ເຄີ້​ສຽງ​ເຂົ້າ​ຢ້ຽມ​ຄຳ​ນັບປະ​ທາ​ນາ​ທິ​ບໍ​ດີ​ກຳ​ບີ
2017-12-23 15:39:38  cri 

ຕອນ​ບ່າຍ​ວັນ​ທີ 22 ທັນ​ວາ​ນີ້, ​ຢູ່​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້​​​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​​ເຂົ້າ​ຢ້ຽມ​ຄຳ​ນັບທ່ານ​ອາ​ດາ​ມາ ບາ​ໂຣ ປະ​ທາ​ນາ​ທິ​ບໍ​ດີ​ກຳ​ບີ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ.

ທ່ານ​ຫຼີ​ເຄີ້​​ສຽງ​ກ່າວ​ວ່າ, ຫວັງວ່າ​ກຳ​ບີ​​ຈະປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ຈີນ​ດຽວ. ຈີນ​ຍິນ​ດີ​ເຮັດ​ຕາມ​ຫຼັກ​ການ​ທີ່​ໂຄ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງສະ​ເໝີ​ພາບ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ໄປ​ໜ້າ.

ທ່ານ​ຫຼີ​ເຄີ້​ຫຽງ​ຊີ້​ອອກວ່າ, ຈີນ​ຍິ​ດີພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ຕົວ​ຈິງ​ແລະ​ຈຸດ​ພິ​ເສດ​ຂອງກຳ​ບີ, ຂຸດ​ຄົ້ນ​ທ່າ​ແຮງ​ທີ່​ສາ​ມາດ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໄດ້​ຢ່າງ​ເຕັມ​ທີ່, ຊຸ​ກ​ຍູ້​​ການ​ຮ່ວມ​ມື​​​ຕົວ​ຈິງລະ​ຫວ່າງສອງ​ປະ​ເທດ​ໃນຂົ​ງ​ເຂດ​ເຕັກ​ນິກ​ກະ​ສິ​ກຳ, ການ​ປຸງ​ແຕ່ງ​ທາງ​ການ​ປະ​ມົງ, ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ທ່ອງ​ທ່ຽວ​ແລະ​ອື່ນໆ, ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ບາ​ໂຣ​ກ່າວ​ວ່າ, ກຳ​ບີ​ຂໍ​ຂອບ​ໃຈ​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ອຍ​ເຫຼືອ​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ຕໍ່ກຳ​ບີ. ​ກຳ​ບີ​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​​ການຂະ​ຫຍາຍ​ຕົວ​ການ​ພົວ​ພັນ​ກັ​ບ​ຈີນ, ຈະ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຍິນ​ດີ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ທ່ອງ​ທ່ຽວ​​ແລະ​ອື່ນໆ, ​ຂຽນ​ໜ້າ​ໃໝ່​ໃນ​ປຶ້ມ​ປະ​ຫວັດການ​ຂະ​ຫຍາຍການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ