ລົມ​ພາ​ຍຸ​ເຂດ​ຮ້ອນ​ເຕັມ​ບິນເຮັດ​ໃຫ້​ຄົນ​ຟີ​ລິບ​ປິນ​ເສຍ​ຊີ​ວິດ 200 ຄົນ​
2017-12-24 14:32:09  cri 
ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຟີ​ລິບ​ປິນ​ໄດ້ເປີດ​ເຜີຍໃນກາງ​ຄືນ​ວັນ​ທີ 23 ທັນ​ວາ​ນີ້​ວ່າ: ລົມ​ພາ​ຍຸ​ເຂດ​ຮ້ອນ​ເຕັມ​ບິນ​ພັດ​ຖະ​ຫຼົ່ມເກາະ​ມິນ​ດາ​ນາວ​ທາງ​ພາກ​ໃຕ້​ປະ​ເທດ​ຟີ​ລິບ​ປິນ​​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ 200 ຄົນ​ເສຍ​ຊີ​ວິດ, ອີກ 70 ຄົນ​ຫາຍ​ສາບ​ສູນ.

​ຜົນ​ຕິດ​ຕາມ​ຈາກກົມ​ອຸ​ຕຸ​ນິ​ຍົມ​ຂອງ​ຟີ​ລິ​ບ​ປິນ​ໃຫ້​ຮູ້​ວ່າ: ມາ​ຮອດເວ​ລາ 11 ໂມງ​ຂອງ​ວັນ​ທີ 23 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໃຈ​ກາງ​ລົມ​ພາ​ຍຸ​ເຂດ​ຮ້ອນ​ເຕັມ​ບິນ​ໄດ້​ພັດ​ຜ່ານເກາະ​ມິນ​ດາ​ນາວ​ໄປແລ້ວ, ແຕ່​ຍັງ​ຈະ​ກະ​ທົບ​ຕໍ່​ເກາະ​ປາ​ລາ​ວານ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ປະ​ເທດ​ຟີ​ລິບ​ປິນ, ຄາດ​ວ່າ​ຈະ​ເຄື່ອນ​ຜ່ານປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 24 ຫາ​ວັນ​ທີ 25 ທັນ​ວາ​ນີ້.

ໃນ​ຫຼາຍ​ມື້​ຜ່ານ​ມາ, ​ຟີ​ລິບ​ປິນ​ໄດ້​ເກີດອາ​ກາດ​ຮ້າຍ​ແຮງ​ຫຼາຍ​ເທື່ອ ໂດຍກ່ອນ​ໜ້າ​ນີ້​ບໍ່​ດົນ, ລົມ​ພະ​ຍຸ​ໄຄ​ຕັກ​ໄດ້​ພັດ​ຖະ​ຫຼົ່ມ​ພາກ​ກາງ​ຟີ​ລິບ​ປິນສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ 80 ຄົນ​ເສຍ​ຊີ​ວິດ​ຫຼື​ຫາຍ​ສາບ​ສູນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ