ທ່ານ​ປູ​ຕິນຊີ້​ແຈງ​ເປົ້າ​ໝາຍ​ພັດ​ທະ​ນາ​ແຫ່ງ​ຊາດ​ໃນ​ອະ​ນາ​ຄົດ​ຂອງ​ຣັດ​ເຊຍ
2017-12-24 15:13:31  cri 

​ວັນ​ທີ 23 ທັນ​ວາ​ນີ້, ໃນ​ກອງ​ປະ​ຊຸມ​ຜູ້​ແທນ​ພັກເຕົ້າ​ໂຮມ​ຣັດ​ເຊຍ​ເປັນ​ເອ​ກະ​ພາບຄັ້ງ​ທີ 17, ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຊີ້​ແຈງໜ້າ​ທີ່​ຕົ້ນ​ຕໍ​ທີ່​ຣັດ​ເຊຍ​ຜະ​ເຊີນ​, ຄື, ຮັບ​ປະ​ກັນ​ການ​ພັດ​ທະ​ນາ, ​ລົບ​ລ້າງປະ​ຊາ​ກອນ​​ຜູ້ທຸກ​ຍາກ, ຊຸກ​ຍູ້​ເສ​ດ​ຖະ​ກິດ​ໃຫ້​ເຕີບ​ໂຕ ແລະ ​ຫັນ​ໜ້າສູ່​ອະ​ນາ​ຄົດ. ບຸກ​ຄົນວົງ​ການ​ການ​ເມືອງ​ຂອງ​ຣັດ​ເຊຍ​ເຫັນ​ວ່າ, ​ສາ​ມາດ​ຖືເນື້ອ​ໃນ​ຂອງ​ຄຳ​ເຫັນ​ທ່ານ​ປູ​ຕິນ​​ເປັນໂຄງ​ການ​ແຂງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ໃນ​ປີ​ໜ້າ​ໃນ​ລະ​ດັບ​ໃດ​ໜຶ່ງ.


ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມີ​ນາ ປີ 2018, ຫວ່າງມໍ່ໆ​ນີ້, ທ່ານ​ປູ​ຕິນ​ໄດ້​ປະ​ກາດ​ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ໃນຖາ​ນະ​ເປັນຜູ້​ສະ​ໝັກ​ຮັບເລືອກ​ຕັ້ງ​​ໂດຍ​ບໍ່​ຕາງ​ໜ້າ​ພັກ​ຝາຍ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ