ຈັດການ​ພົບ​ປະ​ຜູ້​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ​ຈີນ-ອິນ​ເດຍ​ຄັ້ງ​ທີ 20 ​ຢູ່​ນີວ​ແດນ​ລີ
2017-12-24 15:26:34  cri 

ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ພົບ​ປະ​ລະ​ຫວ່າງ​ຜູ້​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ​ຈີນ-ອິນ​ເດຍ​ຄັ້ງ​ທີ 20 ​ໄດ້​ຈັດ​ຂຶ້ນຢູ່​​ນະ​ຄອນ​ຫຼວງນິວ​ແດນ​ລີ ປະ​ເທດ​ອິນ​ເດຍ​ໃນວັນ​ທີ 22 ທັນ​ວາ​ນີ້ ໂດຍທ່ານ​ຢ໋າງ​ເຈ໋​ສື ກຳ​ມະ​ການ​​ກົມການ​ເມືອງ​ສູນ​ກາງ​ພັກ​, ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ ​ແລະ ທ່ານ​ອາ​ຈິດ ໂດ​ວາວ ທີ່​ປຶກ​ສາ​​ດ້ານຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອິນ​ເດຍ​ໄດ້​ແລກ​ປ່ຽນ​ຄວາ​ມ​ຄິດ​ຄວາມ​ເຫັນຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ບັນ​ຫາຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ ພ້ອມ​ດ້ວຍບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ສອງ​ຝ່າຍ​ສົນ​ໃນ​ຮ່ວມ​ກັນ.

ສອງ​ຝ່າຍ​ເຫັນ​ວ່າ, ​ໂດຍ​ການ​ນຳ​ພາ​ຂອງ​ຜູ້​ນຳ​ສອງ​ປະ​ເທດ, ການ​ພົວ​ພັນ​​ລະ​ຫວ່າງຈີນ-ອິນ​ເດຍ​ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍຕົວ​ຢ່າ​ງ​ໜັກ​ແໜ້ນໃນ​ຊຸມ​ປີ​ຜ່ານ​ມາ. ​​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຈຸດ​ຄື​ກັນ​ຫຼາຍກວ່າ​ຂໍ້​ຂັດ​​ແຍ້ງຢ່າງ​ຫຼວງ​ຫຼາຍ. ການ​ແກ້​ໄຂ​ບັນ​ຫາ​ຊາຍ​ແດນ​ໂດຍ​ໄວ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ