ມອບ​ນຳ​ໃຊ້ໂຮງ​ໝໍ​ມິດ​ຕະ​ພາບ​ຈີນ-ມຽນ​ມາ​ແຫ່​ງ​ທຳ​ອິດ​ຢູ່​ນະ​ຄອນຢາງ​ກຸ້ງ
2017-12-24 17:23:50  cri 

ພິ​ທີມອບ-ຮັບ​ໂຄງ​ການ​ຍົກ​​ລະ​ດັບ​ໂຮງ​ໝໍຜະ​ດຸງ​ຄັນດາວ​ຄິນ​ຄີ​ມຽນ​ມາ​​ເຊິ່ງ​ເປັນ​ໂຮງ​ໝໍ​ມິ​ດ​ຕະ​ພາບ​ຈີນ-ມຽນ​ມາ​ແຫ່ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງວັນ​ທີ 23 ທັນ​ວາ​ນີ້.

ໂຄງ​ການສ້ອມ​ແປງ​ຍົກ​ລະ​ດັບ ແລະ ກໍ່​ສ້າງ​ອາ​ຄານ​ໃໝ່​ຂອງ​ໂຮງ​ໝໍ​​ຜະ​ດຸງ​ຄັນດາວ​ຄິນ​ຄີແມ່ນ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ ແລະ ມູນ​ນິ​ທິ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນອອກ​ທຶນ, ກຸ່ມ​ບໍ​ລິ​ສັດ​ເພ​ສັດ​ຊະ​ກຳ​ຈີນໄດ້ບໍ​ລິ​ຈາກ​ ອຸ​ປະ​ກອນ ແລະ ເຄື່ອງ​ເຟີ​ນິ​ເຈີ​ປະ​ກອບ​ການ​ປິ່ນ​ປົວ​ພະ​ຍາດ​ ທັງ​ຈະ​ຍົກ​ລະ​ດັບ​ໃຫ້ພະ​ນັກ​ງານ​ການ​ແພດ​ຂອງ​ໂຮງ​ໝໍ​​ດັ່ງ​ກ່າວ.

ທ່ານ​ນາງອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ, ທ່ານ​ນາງ​ວາງ​ເສ​ຮົງ ພັນ​ລະ​ຍາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ ພ້ອມ​​ດ້ວຍ​ຜູ້​ຕາງ​ໜ້າ​​ຈາກຝ່າຍ​ຕ່າງໆ ເຊັ່ນ, ມູນ​ນິ​ທິ​​ເພື່ອ​ສັນ​ຕິ​ພາບ​ແລະ​ການພັດ​ທະ​​ນາຂອງ​ຈີນ, ກຸ່ມ​ບໍ​ລິ​ສັດ​​ເພ​ສັດ​ຊະ​ກຳຈີນ ແລະ ສະ​ມາ​ຄົມ​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ມຽນ​ມາ-ຈີນ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ພິ​ທີດັ່ງ​ກ່າວ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ