ຈີນ​ຈະ​ສ້າງ​ກົດ​ໝາຍ​ເພື່ອ​ສະ​ໜອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ພື້ນ​ຖານ​ໂດຍ​ບໍ່​ເກັບ​ຄ່າ
2017-12-25 10:55:19  cri 
ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ພື້ນ​ຖານ​ແລະ​ສົ່ງ​ເສີມ​ສຸ​ຂະ​ພາບ​ທີ່ໄດ້​ສະ​ເໜີໃຫ້​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພິ​ຈາ​ລະ​ນາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ເມື່ອ​ມໍ່ໆ​ນີ້​ໄດ້​ລະ​ບຸ​ຢ່າງ​ຈະ​ແຈ້ງວ່າ: ຕ້ອງ​ຮັບ​ປະ​ກັນ​ຄວາມ​ຕ້ອງ​ການ​ຂອງ​ພົນ​ລະ​ເມືອງ​ໃນ​ດ້ານ​ການ​ປິ່ນ​ປົວ​ແລະ​ຮັກ​ສາ​ສຸ​ຂະ​ພາບ​ດ້ວຍ​ການ​​ກະ​ກຽມ​ງົບ​ປະ​ມານຈາກຫຼາຍ​ຊ່ອງ​ທາງ​ຄື​ລັດ,ສັງ​ຄົມ​ແລະ​ສ່ວນ​ບຸກ​ຄົນ, ລັດ​ຈະ​ສະ​ໜ​ອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ພື້ນ​ຖານ​ໃຫ້​ແກ່​ພົນ​ລະ​ເມືອງ​ທຸກ​ຖ້ວນ​ໜ້າ​ໂດຍ​ບໍ່​ເກັບ​ຄ່າ.

ຮ່າງ​ກົດ​ໝາຍ​ສະ​ເໜີ​ວ່າ: ລັດ​ຈະ​ສ້າງ​ຕັ້ງ​ລະ​ບົບ​ປະ​ກັນ​​ໄພການ​ປິ່ນ​ປົວ​​ຂັ້ນ​ພື້ນ​ຖານທີ່​ມີຫຼາຍ​ລະ​ດັບ​ໂດຍ​​ກຳ​ນົດ​ເອົາ​ການ​ປະ​ກັນ​ໄພ​ການ​ປິ່ນ​ປົວ​ພື້ນ​ຖານ​ເປັນຫຼັກ, ການ​ປະ​ກັນ​ສຸ​ຂະ​ພາບ​ແບບ​ທຸ​ລະ​ກິດ, ການ​ຊ່ວຍ​ເຫຼືອ​ການ​ປິ່ນ​ປົວ, ການ​ຊ່ວຍ​ເຫຼືອ​ປິ່ນ​ປົວ​ສຸກ​ເສີນ,​ການ​ກຸ​ສົນ​ດ້ານ​ການ​ປິ່ນ​ປົວ​ແລະ​ອື່ນໆ​ເປັນ​ສຳ​ຮອງ.

ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ເປັນ​ຂອດ​ສຳ​ຄັນ​ໃນ​ການ​ປະ​ຕິ​ຮູບລະ​ບົບ​ການ​ປິ່ນ​ປົວ​ແບບຫຼາຍ​ພາກ​ສ່ວນ​ຮ່ວມ​ປະ​ສານ​ງານ ເຊິ່ງ​ໄດ້​ສະ​ເໜີ​ໃຫ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ການຍ້ອງ​ຍໍ​ແລະ​ການ​ຜູກ​ມັດ​ຂອງ​ມາດ​ຕະ​ຖານ​ແລະ​ວິ​ທີ​ຊຳ​ລະ​ສະ​ສາງ​ການ​ປະ​ກັນ​ໄພ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ, ນຳ​ພາ​ໂຮງ​ໝໍ​ປະ​ຕິ​ບັດ​ການ​ປິ່ນ​ປົວ​ຄົນ​ເຈັບ​ຢ່າງ​ສົມ​ເຫດ​ສົມ​ຜົນ, ສົ່ງ​ເສີມ​ໃຫ້​ຄົນ​ເຈັບໄປ​ປິ່ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ​ທີ່​ເໝາະ​ສົມ​ແລະ​ຍົກ​ປະ​ສິດ​ທິ​ພາບ​ການ​ນຳ​ໃຊ້​ກອງ​ທຶນ​ປະ​ກັນ​ໄພ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ