ເປີດ​ສະ​ຖານ​ກົງ​ສຸນ​ລາວ​ປະ​ຈຳ​ຊາງ​ຊ່າຢ່າງ​ເປັນ​ທາງ​ການ
2017-12-25 16:00:13  cri 
ສະ​ຖານ​ກົງ​ສຸນ​ ສ​ປ​ປ ລາວ ປະ​ຈຳ​ນະ​ຄອນ​​ຊາງ​ຊ່າ ທີ່​ຕັ້ງ​ຢູ່​ຖະ​ໜົນ​ເຈ​ຟ້າງ​ຕາ​ເວັນ​ອອກ ນະ​ຄອນ​​ຊາງ​ຊ່າ​ແຂວງ​ຫູ​ນານ ສ​ປ ຈີນ​ໄດ້​ເປີດຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23 ທັນ​ວາ​ນີ້.

ສະ​ຖານ​ກົງ​ສຸນ​ລາວ​ປະ​ຈຳ​ຊາງ​ຊ່າ​ເປັນ​ສະ​ຖານ​ກົງ​ສຸນລາວ​ປະ​ຈຳ​ຈີນແຫ່ງ​ທີ 6 ທັງ​ເປັນ​ສະ​ຖານ​ກົງ​ສຸນ​ຕ່າງ​ປະ​ເທດ​ປະ​ຈຳ​ແຂວງ​ຫູ​ນານ​ແຫ່ງ​ທຳ​ອິດ ເຊິ່ງ​ຂອບ​ເຂດ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ກົງ​ສຸນ​ດັ່ງ​ກ່າວກວມ​ເອົາ​ແຂວງ​ຫູ​ນານ,ແຂວງ​ຫູ​ເປີຍ,ແຂວງ​ເຫີ​ນານ​ແລະ​ແຂວງ​ກຸ້ຍ​ໂຈ່ວ.

​ໂອ​ກາດ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຖານ​ກົງ​ສຸນ​ຄັ້ງ​ນີ້, ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວຊີ້​ໃຫ້​ເຫັນ​ວ່າ: ລາວ​ໃຫ້​ຄວາມ​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ກັບ​ແຂວງ​ຫູ​ນານ,ການ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະ​ວີ​ການ​​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການໄປ​ມາ​ຫ​າ​ສູ່​ກັນ​ດ້ານ​ບຸກ​ຄະ​ລາ​ກອນ​ຕື່ມ​ອີກ. ທ່ານ​ກ່າວ​ວ່າ: ນັກ​ທຸ​ລະ​ກິດ​ຊາວ​ຫູ​ນານ​ ໄດ້​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ​ເປັນຈຳ​ນວນຫຼາຍ​, ນັກ​ສຶກ​ສາ​ລາວ​ເກືອບ 200 ຄົ​ນ​ກໍ​ກຳ​ລັງ​ຮ່ຳ​ຮຽນ​ຢູ່​ແຂວງ​ຫູ​ນານ​ເຊັ່ນ​ກັນ ທັງ​ນີ້​ເປັນ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຕໍ່​ໜ້າ. ສອງ​ຝ່າຍ​ມີ​ອະ​ນາ​ຄົດ​ສົ​ດ​ໃສ​ໃນ​ການ​ຮ່ວມ​ມື​ໃນ​ດ້ານ​ກະ​ສິ​ກຳ,ອຸດ​ສາ​ຫະ​ກຳ,ການ​ທ່ອງ​ທ່ຽວ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ຂົງ​ເຂ​ດ​ອື່ນໆ​. ປີ 2018 ເປັນ​ປີ​ທ່ອງ​ທ່ຽວ​ລາວ, ຫວັງ​ວ່າ​ປະ​ຊາ​ຊົນ​ແຂວງ​ຫູ​ນານ​ພ້ອມ​ດ້ວຍ​ປະ​ຊາ​ຊົນ​ບໍ​ລິ​ເວນ​ອ້ອມ​ຂ້າງ​ຈະ​ຂໍ​ວິ​ຊາ​ໄດ້​ຢ່າງ​ສະ​ດວກ​ແລະ​ເດີນ​ທາງ​ໄປ​ທ່ຽວ​ປະ​ເທດ​ລາວ.

ທ່ານ​ນາງວັນ​ດີ ບຸດ​ທະ​ສະ​ວົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ​ກໍ​ຢືນ​ຢັນ​ໃນ​ພິ​ທີ​ເປີດ​ສະ​ຖານ​ກົງ​ສຸນ​ວ່າ ແຂວງ​ຫູ​ນານ​ບໍ່​ພຽງ​ແຕ່​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ເທົ່າ​ນັ້ນ, ເສດ​ຖະ​ກິດ​ສັງ​ຄົມ​ໃນ​ປັດ​ຈຸ​ບັນ​ກໍ​ມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ອີກ​ດ້ວຍ ແລະ​ມີ​ກຳ​ລັງ​ຕົວ​ຈິງ​ທີ່​ເຂັ້ມ​ແຂງ​ໃນ​ຂົງ​ເຂດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ອື່ນໆ. ການ​ທີ່​ສ້າງ​ຕັ້ງ​ສະ​ຖານ​ກົງ​ສຸນ​ລາວ​ປະ​ຈຳ​​ຊາງ​ຊ່າ​ຈະ​ເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຂະ​ຫຍາຍ​ຕົວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ