ຕວກກີ​ລົງ​ໂທດ​ຜູ້​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ເຫດການ​ລັດຖະປະຫານ​ທີ່ຫຼົ້ມ​ເຫຼວອີກ 2.700 ກວ່າ​ຄົນ
2017-12-25 15:15:04  cri 

ລັດຖະບານ​ຕວກກີ ​ໄດ້​ອອກດຳລັດ​ໃໝ່ 2 ສະບັບ​ໃນ​ວັນ​ທີ 24 ທັນວາ​ນີ້ ​ໂດຍ​ແຈ້ງວ່າ: ​ໃນກອງທັບ, ສະລະ​ວັດ​ທະຫານ, ຕຳຫຼວດ ​ແລະ ກອງ​ປ້ອງ​ກັນຊາ​ຍຝັ່ງ​ທະ​ເລ ມີ 2.700 ກວ່າ​ຄົນ​​ໄດ້ຖືກ​ໄລ່ອອກ​ຈາກ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ຍ້ອນ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ເຫດການ​ລັດຖະປະຫານ​ທີ່ຫຼົ້ມເຫຼວ ທີ່​ເກີດ​ຂຶ້ນ​ໃນ​ປີຜ່າ​ນມາ.

ດຳລັດ ​ໄດ້​ລະບຸ​ວ່າ: ຜູ້​ຖືກ​ໄລ່​ອອກເຄີຍ​ພົວພັນ​ກັບ​ອົງການ​ກໍ່​ການ​ຮ້າຍ ຫຼື ອົງການ​ຈັດຕັ້ງທີ່​ເປັນ​ໄພ​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຫຼື ​ເຄີຍ​​ເປັນ​ສະມາຊິກ​ຂອງ​ອົງການ​ຈັດຕັ້ງ​ເຫຼົ່ານີ້, ​ໃນ​ນັ້ນ ມີ630 ກວ່າ​ຄົນ​ມາ​ຈາກ​ກອງ​ທັບ​ຕວກກີ.

ນອກ​ນີ້, ດຳລັດ​ດັ່ງກ່າວ​ຍັງ​ໄດ້​ມອບຕຳ​ແໜ່​ງຄືນ​ໃຫ້​ແກ່ 115 ຄົນ​ທີ່​ຖືກ​ປົດ​ອອກຈາກ​ຕຳ​ແໜ່​ງກ່ອນ​ໜ້າ​ນີ້.

ຂ່າວ​ລາຍງານ​ຕື່ມ​ວ່າ: ​ເມື່ອ​ກາງຄືນວັນ​ທີ 15 ກໍລະກົດ​ປີ 2016, ຕວກກີ ​ໄດ້​ເກີດ​ເຫດການ​ລັດຖະປະຫານ​ແຕ່​ປະສົບ​ຄວາມຫຼົ້ມ​ເຫຼວ ​ສົ່ງ​ຜົນເຮັດ​ໃຫ້ມີ 250 ຄົນ​ເສຍ​ຊີວິດ. ລັດຖະບານ​ຕວກກີ ​ໄດ້​ຕຳ​ໜິກູ​ເລນ ​ໂມ​ເວ​ເມນ ບຸກຄົນ​ສາສະໜາ​ຕວກກີ​ທີ່​ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ໃນ​ປັດຈຸບັນ ​ແລະ "ຂະ​ບວນການ​ກູ​ເລນ" ທີ່​ນຳພາ​ໂດຍ​ເຂົາ​ນັ້ນ ​ເປັນ​ຕົວ​ການ​ຂອງ​​ເຫດການ​ດັ່ງກ່າວ ທັງ​ໄດ້​ກຳນົດ​ເອົາ "ຂະ​ບວນກູ​ເລນ" ​ເປັນ​ອົງການ​ກໍ່​ການ​ຮ້າຍ. ປັດຈຸບັນ, ຕວກກີ​ຍັງ​ດຳ​ເນີນ​ການ​ສຳຫຼວດ ​ແລະ ປາບ​ປາມ​ເຫດການ​ລັດຖະປະຫານ​ດັ່ງກ່າວ ​ແລະ​ມາ​ຮອດ​ປັດຈຸບັນ ​​ມີ 150.000 ກວ່າ​ຄົນ​​ໄດ້ຖືກ​ປົດ​ອອກ​ຈາກ​ຕຳ​ແຫຼ່ງ ຫຼື ຖືກ​ຢຸດ​ການ​ປະຕິບັດ​ໜ້າ​ທີ່​ຊົ່ວຄາວ​ແລ້ວ ​ແລະອີກ 55.000 ກວ່າ​ຄົນ​ຖືກ​ຈັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ