ຮ້ານ​ສັບພະ​ສິນຄ້າ​ແຫ່ງ​ໜຶ່ງ​ຂອງ​ຟິລິບ​ປິນ​ເກີດ​ໄຟ​ໄໝ້ ​ເຮັດ​ໃຫ້​ 37 ຄົນ​​ໃນ​ຮ້ານ​ອາດ​ຈະເສຍ​ຊີວິດໝົດ
2017-12-25 15:18:04  cri 

ວັນ​ທີ 23 ທັນວາ​ນີ້, ຮ້ານ​ສັບພະ​ສິນຄ້າ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ດາ​ວາວ ປະ​ເທດ​ຟິລິບ​ປິນ ​ໄດ້​ເກີດ​ໄຟ​ໄໝ້​ ​ແລະ​ຈົນ​ຮອດ​ຕອນ​ເຊົ້າມື້ຕໍ່​ມາ​ຈຶ່ງ​ສາມາດ​ມອດ​ໄຟ​ໄດ້. ​ເຈົ້າ​ເມືອງ​ເມືອງ​ດາວ​າວ ກ່າວ​ໃນ​ວັນ​ທີ 24 ທັນວາ​ນີ້​ວ່າ: ມີ 37 ຄົນ​ຍັງຢູ່​ໃນ​ຮ້ານ, ​ໃນ​ນັ້ນ​ໄດ້​ພົບ​ສົບ​ໜຶ່ງ​ຄົນ​ແລ້ວ ​ແລະ​ຄາດ​ວ່າອີກ 36 ຄົນ​ກໍ​ບໍ່ສາມ​າດທີ່​ຈະ​ເອົາຕົວ​ລອດໄດ້.

​ທັງ​ນີ້ ​ເວລາ​ປະມານ 9:30 ​ໂມງ​ຂອງ​ວັນ​ທີ 23 ທັນວາ​ນີ້, ຮ້ານ​ຂາຍ​ເຟີ​ນີ​ເຈີ​ແຫ່ງ​ໜຶ່ງ​ຢູ່​ຊັ້ນ 3 ຂອງ​ຮ້ານ​ສັບພະ​ສິນຄ້າ​ສູງ 4 ຊັ້ນ​ແຫ່ງ​ໜຶ່ງ ​ໄດ້​ເກີດ​ໄຟ​ໄໝ້ ​ແລະ​​ແຜ່​ລາມ​ຂຶ້ນ​ໄປ​ສູ່​ຫ້ອງການ​ບໍລິສັດ​ໜຶ່ງຊື່ວ່າ "ສູນ​ຮຽກ​ເອີ້ນ" ​ທີ່​ເຮັດ​ວຽກຕະຫຼອດ 24 ຊົ່ວ​ໂມງ​ຢູ່​ຊັ້ນ 4 ຢ່າງ​ວ່ອງ​ໄວ. ຈາກ​ນັ້ນ, ລົດ​ດັບ​ເພີ​ງກໍ​ໄປ​ຮອດ​ສະຖານ​ທີ່​ເກີດ​ເຫດ​ຢ່າງ​ວ່ອງ​ໄວເພື່ອ​ກູ້​ໄພ ​ແຕ່​ເນື່ອງ​ຈາກ​ໄຟ​ໄໝ້ຮຸນ​ແຮງຫຼາຍ ທັງ​ມີ​ຄວັນ​ໄຟ​ຕຶບໜາ, ພະນັກງານ​ກູ້​ໄພ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ຫ້ອງການ​ດັ່ງກ່າວ​ໄດ້​. ​ຕໍ່​ມາ​ອີກ 10 ກວ່າ​ຊົ່ວ​ໂມງ​ຈຶ່ງສາມາດມອດ​ໄຟ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ