ໄທ​ດັດ​ແກ້​ກົດໝາຍ​ພັກ​ການ​ເມືອງ
2017-12-25 16:38:56  cri 

ລັດຖະບານ​ໄທ​ອອກ​ແຈ້ງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 22 ທັນວາ​ນີ້ ​ໂດຍ​ປະກາດ​ຄຳ​ສັ່ງ​ຂອງຄະນະ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ດັດ​ແກ້​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ພັກ​ການ​ເມືອງ ​ເພື່ອ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ການ​ເຄື່ອນ​ໄຫວ​ຂອງ​ພັກ​ການ​ເມືອງຕ່າງໆ.

ທ່ານ​ວິ​ສະນຸ ​ເຄືອ​ງາມ ຮອງ​ນາຍົກລັດຖະມົນຕີ​ໄທ ກ່າວ​ວ່າ: ລັດຖະບານ​ປະກາດ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ພັກ​ການ​ເມືອງ ​ເພື່ອ​ແກ່ຍາວ​ເວລາ​ກະກຽມ​ໃຫ້​ແກ່ພັກ​ການ​ເມືອງ​ຕ່າງໆ​ກ່ອນ​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງທົ່ວ​ໄປ ​ເຊິ່ງ​ໄດ້​ແບ່ງ​ອອກ​ເປັນ 4 ​ໄລຍະ: ​ໄລຍະ​ທີ 1 ຄື​ນັບ​ແຕ່​ວັນ​ອອກ​ແຈ້ງ​ການຫາ​ວັນ​ທີ 1 ມີນາ​ປີ 2018; ​ໄລຍະທີ 2 ນັບ​ແຕ່​ວັນ​ທີ 1 ມີນາ​ປີ 2018 ຫາ​ວັນ​ທີ 1 ​ເມສາ​ປີ​ດຽວ​ກັນ, ​ໄລຍະ​ທີ 3 ນັບ​ແຕ່​ວັນ​ທີ 1 ​ເມສາ​ປີ 2018 ​ເປັນຕົ້ນ​ໄປ ​ແລະ​ໄລຍະ​ທີ 4 ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ການ​ເຄື່ອນ​ໄຫວ​ຂອງ​ພັກ​ການ​ເມືອງ​ຕ່າງໆ​ຢ່າງ​ເປັນ​ທາງ​ການ. ກ່ອນ​ຈະ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ດັ່ງກ່າວ​ຢ່າງ​ເຖິງ​ຖອງ​ນັ້ນ, ຈະ​ຢ່ອນ​ຍານ​ບາງ​ມາດ​ຕະການ​ກ່ອນ ​ເພື່ອ​​ໃຫ້​ພັກ​ການ​ເມືອງ​ຕ່າງໆກະກຽມ​ວຽກ​ງານ​ຂອງ​ຕົນ​ກ່ອນ​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ໄປ, ​ແຕ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກການ​ເມືອງ​ຈະ​ຕ້ອງລໍ​ຖ້າ​ຈົນ​ຮອດ​ການຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ພັກ​ການ​ເມືອງ​ແລ້​ວຈຶ່ງ​ຈະ​ຈັດ​ຂຶ້ນ​ໄດ້.

ກ່ອນ​ໜ້າ​ນີ້, ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ເຄີຍ​ກ່າວ​ວ່າ: ຕົນ​ຈະ​ປະກາດ​ວັນ​ເວລາ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ເດືອນ​ມິຖຸນາ​ປີໜ້າ ​ແລະ​ຄາດ​ວ່າ​ຈະ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ເດືອນພະຈິກ​ປີ 2018.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ