ໄທ​ສຸມ​ໃສ່ສົ່ງ​ເສີມ​ການ​ສົ່ງ​ອອກ
2017-12-25 16:41:14  cri 

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສົມ​ຄິດ ຈະຕຸ​ສີ​ພິທັກ ຮອງ​ນາຍົກລັດຖະມົນຕີ​ໄທ ​ໄດ້​​ເນັ້ນ​ໃຫ້ກະຊວງ​ການ​ຄ້າຕິດຕາມ​ທ່າ​ອ່ຽງລາຄາ​ຜະລິດ​ຕະພັນ​ກະສິກຳ​ທີ່​ສຳຄັນ​ຂອງ​ປະ​ເທດ​ຕົນ​ຢ່າງ​ໃກ້ຊິດ ​ແລະ ສືບ​ຕໍ່​ຊຸກຍູ້​ການ​ສົ່ງ​ອອກ​ໃຫ້​ເຕີບ​ໂຕ​ໃນ​ປີ 2018.

​ແຫຼ່ງຂ່າວ​ຈາກ​ໜັງສືພິມ "ຊິ່ງຊຽນຣື້ປ້າວ" ​ໃຫ້​ຮູ້​ວ່າ: ກະຊວງ​ການ​ຄ້າ​ໄທ​ໄດ້​ເປີດ​ເຜີຍ​ຕົວ​ເລກຫຼ້າສຸດ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຂະ​ແໜງ​ການ​ສົ່ງ​ອອກ​ຂອງ​ໄທ​ໃນ​ເດືອນ​ພະຈິກ​ຜ່ານ​ມາ ​ໄດ້​ເຕີບ​ໂຕ 13,36%. ທ່ານ​ສົມ​ຄິດ ຊີ້​ວ່າ: ປັດຈຸບັນ, ຂະ​ແໜງ​ການ​ສົ່ງ​ອອກ​ຂອງ​ໄທ​ມີ​ທ່າ​ອ່ຽງ​ເຕີບ​ໂຕ​ຢ່າງ​ຊັດ​ເຈນ, ຂະນະ​ທີ່​ປີ 2018, ຄວນຈະ​ສືບ​ຕໍ່​ສຸມ​​ໃສ່​ສົ່ງ​ເສີມ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ຕ່າງໆ ​ໂດຍ​ຕ້ອງ​ສຸມ​ກຳລັງຍູ້​ໜູນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ເພື່ອ​ຊຸກຍູ້​ໃຫ້ການ​ສົ່ງ​ອອກ​ເຕີບ​ໂຕ.

ທ່າ​ນສົມ​ຄິດ ຍັງ​ສະ​ເໜີ​ໃຫ້​ລັດຖະກອນ ​ແລະ ຜູ້​ຊ່ຽວຊານ​ກະຊວງ​ການ​ຄ້າທີ່​ອອກ​ບຳນານ​ແລ້ວນັ້ນ ຈົ່ງ​ສືບ​ຕໍ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ