ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ມາ​ເລ​ເຊຍ​ເພີ່ມ​ກຳ​ລັງ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນ​ໄລ​ຍະ​ບຸນຄຣິສມັດ
2017-12-25 16:38:08  cri 
​ເພື່ອ​ຕ້ອນ​ຮັບບຸນຄຣິສມັດ​, ທົ່ວ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ເພີ່ມ​ກຳ​ລັງ​ປ້ອງ​ກັນ​ຄວາມ​ປອດ​ໄພ, ເພື່ອ​ບໍ່​ໃຫ້​ເກີດ​ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ໃນ​ໄລ​ຍະ​ບຸນຄຣິສມັດແລະ​ບຸນ​ປີ​ໃໝ່​ສາ​ກົນ.

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໂມ​ຮະ​ມັດ ຟູ​ຈິ ຮະ​ຣັນ ​ຜູ້​ບັນ​ຊາ​ການ​ໃຫຍ່​ຕຳ​ຫຼວດ​ມາ​ເລ​ເຊຍ​ກ່າວຢູ່​​ກົວ​ລາ​ລຳ​ເປີ​ວ່າ, ​ເຖິງວ່າ​ປັດ​ຈຸ​ບັນ​ບໍ່​ມີ​ຂ່າວ​ລັບ​ກ່ຽວ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ຈະ​ກໍ່​ເຫດ​ການ​ໂຈມ​ຕີ​ໃນ​ໄລ​ຍະບຸນຄຣິສມັດແລະ​ບຸນ​ປີ​ໃໝ່​ສາ​ກົນກໍ​ຕາມ, ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຈະ​ບໍ່​ລົດ​ລະ, ແລະ​ຈະ​ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​​ຕະ​ຫຼອດ 24 ຊົ່ວ​ໂມງ, ເພື່ອ​ບໍ່​​ໃຫ້​ມີ​ໂອ​ກາດ​ກໍ່​ການ​ໂຈມ​ຕີ​ໃດໆ​ຂອງກຸ່ມ​ກໍ່​ການ​ຮ້າຍ.

ສື່ມວນ​ຊົນ​ລາຍ​ງານ​ວ່າ, ທ່ນ​ຟູ​ຈິ ໄດ້​ສັ່ງ​ໃຫ້​ແຂວງ​ຕ່າງໆ​ເພີ່ມ​ທະ​ວີ​ກຳ​ລັງ​ປ້ອງ​ກັນ​ແລະ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​​ຈົ່ງ​ເພີ່​ມ​ທະ​ວີ​ການ​ລາດ​ຕະ​ເວນ​ຢູ່​ໂບດ​ຄິດ​ສະ​ຕຽນ, ບ່ອນ​ຊຸມ​ຊົນ​ແລະ​ສະ​ຖານ​ທູດ​ປະ​ຈຳ​ມາ​ເລ​ເຊຍ​ຂອງ​ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ